W.I.G ທີມເຍົາວະຊົນລາວ ກວາດແຊ້ມ 2 ຮຸ່ນ ແລະ ຮອງແຊັມ 2 ຮຸ່ນ ລາຍການທີ່ປະເທດໄທ

172

W.I.G NAGA ທີມເຍົາວະຊົນຈາກລາວ ທີ່ກໍາລັງມາແຮງໃນໄລຍະນີ້ ຫຼ້າສຸດໄປແຂ່ງຂັນລາຍການທີ່ປະເທດໄທ ສາມາດກວາດແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີແມ່ນສາມາດຄວ້າຮອງແຊັມໄດ້ອີກດ້ວຍ.

W.I.G NAGA ທີມບານເຕະເຍົາວະຊົນລາວ ໄດ້ເກີນທາງເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023 ໂດຍສົ່ງນັກກີລາເຂົ້າຮ່ວມເຖິງ 4 ຮຸ່ນຄື: ຢູ 9, 10, 11 ແລະ 12 ປີ ໂດຍເມື່ອວັນທ 1 ເມສາ 2023 ເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 9 ແລະ 11 ປີ.

ຜ່ານການແຂ່ງຂັນປາກົດວ່າ: ທັງສອງຮຸ່ນຂອງ W.I.G NAGA ສາມາດຜ່ານເຂົ້າເຖິງຮອບຊີງຊະນະເລີດທັງ 2 ຮຸ່ນ ໂດຍຜົນງານໃນຮອບແບ່ງກຸ່ມສາມາດຊະນະ 3 ນັດລວດຄວ້າແຊັມກຸ່ມໄດ້ທັງ 2 ຮຸ່ນ ແລະ ຮອບ 8 ກັບ ຮອບ 4 ທີມສຸດທ້າຍກໍຜ່ານໄດ້ສະບາຍໆ ພິເສດສຸດເປັນຮຸ່ນອາຍຸບໍ່ເກີນ 9 ກໍຍັງສາມາດຄວ້າແຊ້ມໄດ້ຕາມຄາດດ້ວຍການບຽດເອົາຊະນະ ໂກເດັນບອຍ ໄປຫວຸດຫວິດ 1-0 ໃນນັດຊີງຊະນະເລີດ ເຊິ່ງໄດ້ຮັບຂັນແຊັມໄປຄອງ.

ສ່ວນຮຸ່ນອາຍຸບໍ່ເກີນ 11 ປີຜ່ານເຂົ້າຮອບຮອງຊະນະເລີດໄດ້ເຊັ່ນກັນ, ແຕ່ໃນຮອບຊີງຊະນະເລີດແມ່ນເສຍໃຫ້ກັບ ພິຣາບຂາວ ທີມຈາກປະເທດໄທ 2-4 ຄວ້າອັນດັບ 2 ໄປຄອງ ພ້ອມກັບຂັນລາງວັນອັນດັບ 2 ໄປຄອງ ໂດຍພາລະກິດຕໍ່ໄປກໍຄື ກຽມລົງແຂ່ງຂັນໃນບານເຕະລີກເຍົາວະຊົນລາວລາຍການ Mazda Youth League 2023 ໂດຍມີເຖິງ 3 ຮຸ່ນ ປະກອບມີ U10, U12 ແລະ U14 ທີ່ສປປ ລາວ ໃນອາທິດໜ້າຕໍ່ໄປ.

ຂະນະທີ່ ວັນທີ 2 ເມສາ 2023 ເປັນການແຂ່ງຂັນຮຸ່ນອາຍຸບໍ່ເກີນ 10 ປີ ແລະ 12 ປີ ຜ່ານການແຂ່ງຂັນປາກົດວ່າ: ທັງ 2 ຮຸ່ນສາມາດຜ່ານເຂົ້າຮອບຊີງຊະນະເລີດເຊັ່ນດຽວກັນ ໂດຍສະເພາະຮຸ່ນອາຍຸບໍ່ເກີນ 10 ປີໃນຮອບແບ່ງກຸ່ມລົງສະໜາມ 3 ນັດຊະນະລວດ, ຜ່ານເຂົ້າຮອບ 8 ແລະ ຮອບ 4 ທີມກໍສາມາດຊະນະໄດ້ສະບາຍໆ ກ່ອນທີ່ຮອບຊີງຊະນະເລີດຈະສາມາດເອົາຊະນະ ໂກເດັນບອຍ 2-0 ຄວ້າແຊ້ມໄປຄອງ.

ສ່ວນຮຸ່ນອາຍຸບໍ່ເກີນ 12 ປີກໍສ້າງຜົນງານໂດດເດັ່ນຮອບແບ່ງກຸ່ມ ຊະນະ 2 ແລະ ສະເໝີ 1 ນັດ ຜ່ານເຂົ້າຮອບ 8 ທີມ ແລະ ຮອບ 4 ທີມກໍສາມາດເອົາຊະນະໄດ້ສະບາຍໆ ກ່ອນທີ່ຈະເຂົ້າຊີງຊະນະເລີດພົບກັບ ໂກເດັກບອຍ ເຊິ່ງກໍເສຍໄປ 0-4 ຄວ້າອັນດັບ 2 ໄປຄອງ, ສະຫຼຸບຜົນງານຂອງ W.I.G NAGA ທີ່ເຂົ້າຮ່ວມລາຍການນີ້ກວາດແຊັມໄປ 2 ຮຸ່ນ 9 ກັບ 10 ປີ ແລະ ຄວ້າອັນດັບ 2 ຮຸ່ນອາຍຸບໍ່ເກີນ 11 ກັບ 12 ປີ.

ສໍາລັບ W.I.G NAGA ສ້າງຕັ້ງຂຶ້ນມາໃນປີ 2022 ເລີ່ມເປັນທີ່ຮູ້ຈັກຈາກການຄວ້າອັນດັບໃນລາຍການ ແຊ້ມຊົນແຊັມ ທີ່ປະເທດໄທ ເມື່ອປີ 2022 ໃນຮຸ່ນອາຍຸບໍໍ່ເກີນ 10 ປີທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ, ກ່ອນທີ່ຕໍ່ມາຈະຄວ້າແຊັມ ຢູ 8 ແລະ ຢູ 11 ໃນລາຍການລະດັບນາທີໆ ທີ່ພັດທະນາປະເທດໄທ ໃນທ້າຍປີ 2022 ແລະ ປີ 2023 ຄວ້າແຊັມບານເຕະ 7 ຄົນຊີງແຊັມພາກອີສານ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 202 ສ່ວນຢູ 11 ແມ່ນເຂົ້າຮອບ 8 ທີມສຸດທ້າຍ.
ຂ່າວ-ຮູບ: Larh Creators