ເພື່ອສຸຂະພາບລູກຫຼານ ທ່າພະບາດຕັດສິນໃຈໃຫ້ພັກຮຽນ ຫຼີກຝຸ່ນ pm 2.5

65

ຝຸ່ນລະອອງ PM 2.5 ເປັນບັນຫາທີ່ທຸກຄົນບໍ່ຄວນເບິ່ງຂ້າມ ເນື່ອງຈາກສົ່ງຜົນກະທົບຕໍ່ສຸຂະພາບໄລຍະຍາວ ສຳຄັນແມ່ນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 10 ປີຄວນໃຫ້ຢູ່ໃນທີ່ປອດຝຸ່ນ ຫຼື ໃຫ້ໄດ້ສຳຜັດໜ້ອຍທີ່ສຸດ.

May be an image of road

ບັນຫາຝຸ່ນລະອອງໃນອາກາດ (PM2.5) ໃນໃນໄລຍະນີ້ແມ່ນເກີດຂຶ້ນໃນເກີອບທຸກພຶ້ນທີ່ຂອງປະເທດ ແລະ ສົ່ງຜົນກະທົບຕໍ່ການດຳລົງຊິວິດປະຈຳວັນຂອງພໍ່ແມ່ປະຊາຊົນ ເຮັດໃຫ້ແສບຕາແສບດັງຫາຍໃຈລຳບາກ ຫຼ້າສຸດທີ່ີເມືອງທ່າພະບາດ ແຂວງບໍລິຄຳໄຊ ເນື່ອງຈາກມີຝຸ່ນລະອອງໃນອາກາດຫຼາຍ ດັ່ງນັ້ນ, ເພື່ອຫຼຸດຜົນກະທົບຈາກຝຸ່ນລະອອງໃນອາກາດຕໍ່ປະຊາຊົນ ກໍຄືບັນດານັກຮຽນ ໃນວັນທີ 27 ມີນາ 2023 ທີ່ຜ່ານມາ ທາງຫ້ອງການສຶກສາທິການ ແລະ ກິລາ ເມືອງທ່າພະບາດ ຈຶ່ງໄດ້ອອກແຈ້ງການເຖິງບັນດາຜູ້ອຳນວຍການໂຮງຮຽນທົ່ວເມືອງ ໃຫ້ດຳເນີນການຢຸດພັກຊົ່ວຄາວການຮຽນສາກ່ອນ.

May be an image of 6 people, people standing, people sitting and indoor

ເນື້ອໃນແຈ້ງການລະບຸວ່າ ຫ້ອງຫານສຶກສາທິການ ແລະ ກິລາເມືອງ ທ່າພະບາດ ຂໍຖືເປັນກຽດແຈ້ງມາຍັງຜູ້ອຳນວຍການໂຮງຮຽນທົ່ວເມືອງທ່າພະບາດ ຮັບຊາບວ່າ ໃນລະຫວ່າງວັນທີ 28-29 ມີນາ 2023 ໃຫ້ແຕ່ລະໂຮງຮຽນພັກການຮຽນເນື່ອງຈາກວ່າໃນປັດຈຸບັນມີໝອກຄວັນປົກຄຸມທົ່ວເມືອງທ່າພະບາດ ເຊິ່ງຈະເປັນຜົນກະທົບຕໍ່ສຸຂະພາບຂອງນັກຮຽນ ເຊິ່ງມີອາການຫາຍໃຈຝືດ ແລະ ແສບຕາ ພົບຄວາມຫຍຸ້ງຍາກໃນການສັນຈອນໄປມາ.

No description available.