ຈີນ – ກູບາ ຮ່ວມກັນສ້າງໂຮງງານປະກອບລົດໄຟຟ້າ

125

China Media Group ລາຍງານວ່າ: ບໍລິສັດ Tianjin Dongxing ຂອງ ສປ ຈີນ ແລະ ບໍລິສັດ Minerva ຂອງກູບາ ຮ່ວມກັນ ສ້າງຕັ້ງໂຮງງານປະກອບລົດໄຟຟ້າ ແລະ ສະກູດເຕີ ທີ່ມີຊື່ວ່າ: “ VEDCA ” ເພື່ອພັດທະນາລະບົບຂົນສົ່ງພະລັງງານສະອາດ ເຊິ່ງໂຮງງານຕັ້ງຢູ່ນະຄອນຫຼວງລາຮາວານ ຂອງກູບາ ເພື່ອເພີ່ມການຜະລິດລົດໄຟຟ້າ ( EV ).

อาจเป็นรูปภาพของ 1 คน และ รถจักรยานยนต์

ທັງນີ້, ການນຳໃຊ້ລົດໄຟຟ້າຢູ່ກູບາ ກຳລັງກາຍເປັນເລື່ອງປົກກະຕິ ຕາມທ້ອງຖະໜົນຂອງກູບາ ເນື່ອງຈາກປະຊາຊົນກູບາ ສ່ວນໃຫຍ່ ຫັນໄປໃຊ້ລະບົບຂົນສົ່ງໄຟຟ້າ ພາຍຫຼັງປະເຊີນກັບລາຄານ້ຳມັນແພງ ແລະ ການຂວ້ຳບາດທາງເສດຖະກິດຂອງສະຫະລັດອາເມຣິກາ.

ไม่มีคำอธิบายรูปภาพ

ສຳລັບໂຮງງານແຫ່ງນີ້ ມີກຳມະກອນປະມານ 60 ຄົນ ມີແຜນຜະລິດລົດໄຟຟ້າ 5.000 ຄັນຕໍ່ປີ ( ທັງລົດໃຫຍ່ ແລະ ລົດຈັກ ) ເຊິ່ງຈະຊ່ວຍແກ້ບັນຫາການເດີນທາງໃຫ້ແກ່ຊາວກູບາ ໄດ້ເປັນຢ່າງດີ.