ຂົວຫ້ວຍກັນທີ່ຫັກ ຈະສ້າງຄືນໃໝ່ໃຫ້ແລ້ວທັນລະດູຝົນປີນີ້

148

ຜູ້ໃຊ້ສື່ສັງຄົມອອນລາຍຄົງຈະເຫັນແລ້ວກ່ຽວກັບເຫດການຂົວຫັກຢູ່ອັດຕະປືເມື່ອວັນທີ 20 ມັງກອນ 2023 ຜ່ານມາ ຊຶ່ງຕົ້ນປາຍສາເຫດກໍຍ້ອນບັນທຸກເກີນນ້ຳໜັກມາດຖານທີ່ກຳນົດໄວ້ໃນໂຕຂົວ ແລະປະຈຸບັນກຳລັງເລັ່ງສ້າງຄືນໃຫ້ສຳເລັດທັນນຳໃຊ້ກ່ອນລະດູຝົນ.

May be an image of outdoors

ທ່ານ ບົວໄຂ ຊາວພູທອນ ຫົວໜ້າໂຄງການ ກໍ່ສ້າງເສັ້ນທາງ 18 A ໄລຍະ 1 ພະແນກໂຍທາທິການ ແລະຂົນສົ່ງ ແຂວງ ອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຄັ້ງວັນທີ 22 ມີນາ 2023 ນີ້ວ່າ: ໂດຍອີງໃສ່ບົດບັນທຶກລະຫວ່າງພະແນກ ໂຍທາທິການແລະ ຂົນສົ່ງແຂວງ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ທີ່ລົງຮ່ວມກັນໃນວັນທີ 10 ມີນາ 2023 ເລື່ອງການຄົ້ນຄວ້າປຶກສາຫາລືກ່ຽວກັບການຂົນສົ່ງໄມ້ທ່ອນອອກຈາກສະໜາມ 2 ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນທີ່ຮັບການອະນຸຍາດຂຸດຄົ້ນຈາກເຂດແລວນໍ້າທີ່ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນຄັ້ງວັນທີ 23 ເດືອນ ກໍລະກົດ ປີ 2018 ຜ່ານມາ, ເຊິ່ງມີບໍລິມາດຂົນສົ່ງໄມ້ທ່ອນທັງໝົດ 94 ພັນແມັດກ້ອນ, ໃນນັ້ນ, ມີໄມ້ເຂດເມືອງສະະໜາມໄຊ 79 ພັນເມັດກ້ອນ ແລະ ເຫັນດີຂົນສົ່ງຜ່ານເສັ້ນທາງດິນແດງທາງຫລວງທ້ອງຖິ່ນ 9004 ແລະ ທາງຫລວງ 18A.

May be an image of 1 person, standing and road

ໃນເວລາຂົນສົ່ງຫາກກໍລະນີມີຂົວຫັກ, ເສັ້ນທາງເປ່ເພເສຍຫາຍ ບໍ່ສາມາດສັນຈອນໄດ້ແມ່ນມອບໃຫ້ບໍລິສັດຂົນສົ່ງເປັນຜູ້ຮັບຜິດຊອບສ້ອມແປງທັງໝົດ ແລະ ມອບໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ ຂຶ້ນໄມ້ທ່ອນແຕ່ລະຄັນບໍ່ໃຫ້ເກີນ 25 ແມັດກ້ອນຕໍ່ຄັນ, ສໍາລັບລົດປະເພດ 22 ລໍ້, ໃນເວລາອອກຂົນສົ່ງໃຫ້ຫຸ້ມຫໍ່ດ້ວຍຜ້າບັດ, ສ່ວນລົດປະເພດ ຫົວລາກ 10,12, ແລະ 14 ລໍ້ ແມ່ນບໍ່ອະນຸຍາດຂົນສົ່ງຢ່າງເດັດຂາດ, ສ່ວນຂົວເຫຼັກແຕ່ລະຈຸດຮັບນໍ້າໜັກໄດ້ພຽງ 30 ໂຕນ.

May be an image of outdoors
ກ່ຽວກັບວຽກຂົນສົ່ງມອບໃຫ້ຂະແໜງຂົນສົ່ງ ຮ່ວມກັບຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງ ສະໜາມໄຊ ລົງກວດກາໃນການຂົນສົ່ງໄມ້ທ່ອນ ໃຫ້ຖືກຕ້ອງຕາມການອະນຸຍາດ ແລະ ການຂົນສົ່ງໄມ້ທ່ອນແມ່ນໃຫ້ຢຸດເຊົາໃນວັນທີ 30 ພຶດສະພາ 2023 ນີ້.

May be an image of 1 person and outdoors
ສາເຫດທີ່ພາໃຫ້ຂົວຫັກ ແມ່ນຍ້ອນການຂົນສົ່ງໄມ້ເກີນບໍລິມາດຕາມທີ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້, ສ່ວນຂົວຫ້ວຍກັນຈານດັ່ງກ່າວແມ່ນເປັນຂົວເຫຼັກທີ່ໄດ້ຮັບການສະໜູນຊ່ວຍເຫລືອກໍ່ສ້າງຈາກໂຄງການທາງລົດໄຟລາວ-ຈີນ, ໃນປີ 2018 ມີລວງຍາວ 30 ແມັດ ແລະ ລວງກວ້າງ 6 ແມັດ ມາຮອດວັນທີ 20 ມີນາ 2023 ແມ່ນໄດ້ຫັກ ແລະ ໄດ້ຮັບຄວາມເສຍຫລາຍສົມຄວນ.

May be an image of 1 person, motorcycle, tree and road
ປັດຈຸບັນທາງບໍລິສັດກໍໄດ້ມີຄວາມຮັບຜິດຊອບ ແລະ ມີຄວາມພ້ອມໃນການກໍ່ສ້າງສ້ອມແປງຄືນເປັນຕົ້ນ: ຮີບຮ້ອນເລັ່ງມືກໍ່ສ້າງຖົມທາງເວັ້ນ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການສັນຈອນໄປມາຂອງປະຊາຊົນໄດ້ສໍາເລັດ ແລະ ພ້ອມທີ່ຈະປັງປຸງກໍ່ສ້າງຄືນໃໝ່ຂົວເຫຼັກທີ່ຫັກນັ້ນໃຫ້ທັນຮັບໃຊ້ປະຊາຊົນກ່ອນຊ້ວງລະດູຝົນປີ 2023 ນີ້.