ຊ່ອງທາງທີ່ສາມາດຕິດຕໍ່ ທະນາຄານການຄ້າໄດ້ໂດຍກົງເມື່ອທ່ານສົງໄສ ຫຼື ພົບບັນຫາ

120

ໃນຊ່ວງເວລານີ້ຫຼາຍຄົນຄົງຈະປາກົດເຫັນເຫດການຕ່າງໆທີ່ເກີດຂຶ້ນໃນຊ່ອງທາງອອນລາຍໂດຍສະເພາະແມ່ນເລື່ອງການເຕືອນມີມິດສາຊີບທີ່ໃຊ້ວິທີຕົວະຍົວະເອົາເງິນ ຫຼື ລັກດູດເອົາເງິນໃນບັນຊີເຮົາ ດ້ວຍຫຼາຍຮູບການບໍ່ວ່າຈະເປັນການອ້າງໂຕເປັນທາງທະນາຄານເພື່ອຕົວະຍົວະໃຫ້ສົ່ງລະຫັດບັດໃຫ້ຜ່ານສ່ອງທາງອອນລາຍຕ່າງໆ ໂດຍໄລຍະຜ່ານມາກໍມີກໍລະນີລູກຄ້າທະນາຄານການຕົກເປັນເຫຍື່ອມາແລ້ວ.
ດັ່ງນັ້ນ, ຈາກປະກົດການດັ່ງກ່າວທາງທະນາຄານການຄ້າຕ່າງປະເທດລາວ ກໍໄດ້ມີການອອກແຈ້ງການຫຼາຍສະບັບເພື່ອແຈ້ງເຕືອນລູກຄ້າຂອງທະນາຄານໃຫ້ມີຄວາມລະມັດລະວັງເພີ່ມຂຶ້ນ ແລະ ຫຼ້າສຸດໃນວັນທີ 22 ມີນາ 2023 ນີ້ທາງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນກໍໄດ້ມີການອອກແຈ້ງການເພີ່ມຕື່ມກ່ຽວກັບຊ່ອງທາງທີ່ເປັນທາງການໃນການແຈ້ງຂໍ້ມູນສຳຄັນຈາກທາງທະນາຄານເຖິງລູກຄ້າ, ຊ່ອງທາງໃນການຕິດຕໍ່ຫາທາງທະນາຄານ ແລະ ຊ່ອງທາງໃນການຕິດຕາມຂໍ້ມູນຂ່າວສານທີ່ເປັນທາງການ ໂດຍມີເນື່ອໃນດັ່ງນີ້:

No photo description available.
1. ການແຈ້ງຂໍ້ມູນທີ່ສໍາຄັນຈາກທະນາຄານເຖິງລູກຄ້າ ກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ເຊັ່ນ: ລະຫັດ (Password), ເລກ OTP… ແມ່ນສົ່ງຜ່ານທາງແອັບ BCEL One, BCEL i-Bank, SMS (ຂໍ້ຄວາມ) ໝາຍເລກ 1444.
2. ການຕິດຕໍ່ທະນາຄານ ເພື່ອແກ້ໄຂບັນຫາທີ່ຕິດພັນໃນການໃຊ້ບໍລິການຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ແມ່ນໂທອອນລາຍ ຫຼື ສົ່ງຂໍ້ຄວາມຕິດຕໍ່ພະນັກງານ ຜ່ານແອັບ BCEL One ຕະຫລອດ 24/7 ວັນ.
3. ການຕິດຕໍ່ທະນາຄານ ເພື່ອສອບຖາມຂໍ້ມູນຜະລິດຕະພັນ ແລະ ການບໍລິການ ທຄຕລ ແມ່ນໂທສາຍດ່ວນ 1555 ຫຼື ໂທອອນລາຍ/ສົ່ງຂໍ້ຄວາມຕິດຕໍ່ພະນັກງານ ຜ່ານແອັບ BCEL One ຕະຫລອດ 24/7 ວັນ.

4. ການຕິດຕາມຂໍ້ມູນຂ່າວສານຂອງ ທຄຕລ ແຕ່ລະໄລຍະແມ່ນຜ່ານຊ່ອງທາງ Website: www.bcel.com.la, Facebook Fan Page: BCEL Bank, BCEL Promotion, OneHeart.la ແລະ IG: boelbank, YouTube: BCEL Channel, TikTok: bcelbank.
5. ທຄຕລ ຈະບໍ່ໃຊ້ຊ່ອງທາງ App ຫຼື Social ອື່ນ ໃນການຮັບແກ້ໄຂບັນຫາລູກຄ້າ ແລະ ທຄຕລ ຈະບໍ່ຕິດຕໍ່ຫາລູກຄ້າເພື່ອຂໍຂໍ້ມູນທີ່ເປັນຄວາມລັບຂອງລູກຄ້າເຊັ່ນ: Email, ລະຫັດ Log in ຫຼື Password ຂອງ BCEL One, i-Bank, ເລກ OTP… ບໍ່ວ່າຈະເປັນຊ່ອງທາງໃດກໍ່ຕາມໂດຍສະເພາະແມ່ນທາງ Facebook, Instagram, Messenger, Website, WhatsApp… ຫາກພົບເຫັນກໍລະນີລັກສະນະນີ້ ແມ່ນໃຫ້ມີສະຕິເພາະອາດຈະເປັນການຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ຫວັງດີ.

May be an image of 3 people and indoor
ດັ້ງນັ້ນແລ້ວ ໃຫ້ທຸກຄົນມີສະຕິເວລາມີຂໍ້ຄວາມສົ່ງຫາ ເພື່ອຂໍຂໍ້ມູນຕ່າງໆຜ່ານຊ່ອງທາງຕ່າງໆ ຕ້ອງສັງເກດໃຫ້ດີວ່າແມ່ນຊ່ອງທາງທີ່ຖຶກຕ້ອງ ແລະ ເປັນທາງການຂອງທາງທະນາຄານ ຫຼື ບໍ່ ແລະຖ້າບໍ່ໝັ້ນໃຈແມ່ນສາມາດຕິດຕໍ່ສອບຖາມທາງທະນາຄານໄດ້ໂດຍກົງຜ່ານຊ່ອງທາງທີ່ເປັນທາງການຂ້າງເທິງນີ້ ເພື່ອເປັນການປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນກັບບັນຊີຂອງທ່ານ.

ไม่มีคำอธิบายรูปภาพ