ພັກເຕັມທີ່ປີໃໝ່ລາວ 2023 ແຕ່ 14-18 ໄປໃສດີ

141

ໃກ້ເຂົ້າມາແລ້ວກັບບຸນປີໃໝ່ລາວ ເຊື່ອວ່າຫຼາຍຄົນຕ່າງຕັ້ງໜ້າລໍຄອຍ, ແລະວາງແຜນໃນການພັກຜ່ອນ ຫຼື ທ່ຽວຫຼິ້ນໃນຊ່ວງປີໃໝ່ນີ້ແລ້ວ ດັ່ງນັ້ນເພື່ອ ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຊ່ວງບຸນປີໃໝ່ໃຫ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ທັງໄດ້ພັກຄົບມື້ຕາມຈຳນວນວັນໃນມື້ບຸນປີໃໝ່ ໃນວັນທີ 21 ມີນາ 2023 ທີີ່ຜ່ານມາ ຫ້ອງວາການສຳນັກງານນາຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງກ່ຽວກັບທິດຊີ້ນຳ ການສະເຫຼີມສະຫຼອງບຸນປີໃໝ່ລາວ ປີພສ 2566 (ຄສ 2023) ໂດຍມີເນື້ອໃນຄື:

No photo description available.
ເນື່ອງຈາກປີໃໝ່ລາວປີນີ້ ແມ່ນວັນທີ 14, 15 ແລະ 16 ເມສາ 2023 (ກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ), ຍ້ອນວັນທີ 15-16 ເມສາ ເປັນມື້ວັນເສົາ ແລະ ວັນອາທິດ, ຊຶ່ງເປັນມື້ພັກທາງລັດຖະການ. ສະນັ້ນ, ຈຶ່ງຕົກລົງເຫັນດີ ກຳນົດເອົາວັນທີ 17-18 ເມສາ 2023 (ກົງກັບວັນຈັນ ແລະ ວັນອັງຄານ) ເປັນວັນພັກຊົດເຊີຍປີໃໝ່ລາວປີ ພສ 2566 (ຄສ 2023).

No photo description available.
ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ແລະບັນດາແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດ ລວມທັງຄ່າບໍລິການຕ່າງໆ ເປັນຕົ້ນ: ຄ່າໂດຍສານ, ຄ່າເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ອາຫານ ແລະ ຄ່າບໍລິການຕ່າງໆ ໂດຍບໍ່ມີເຫດຜົນ.

No photo description available.
ບັນດາອົງການຈັດຕັ້ງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນໍາ ໃນການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແປງຄວາມຮັບຜິດຊອບ ໃນການຕິດຕາມ, ກວດກາເວນຍາມ ແລະ ປະຈຳການຄັກແນ່ ໃນຕະຫຼອດໄລຍະຫຼິ້ນບຸນປີໃໝ່ລາວ ແລະໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ.

No photo description available.
ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ້ອງຖິ່ນ ຈັດສັນເສັ້ນທາງການຈະລາຈອນລົດທີ່ຈະເດີນທາງໄປ-ມາ ຕາມຖະໜົນ ແລະ ການຮອງຮັບໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ໃຫ້ມີຄວາມສະດວກໃນການສັນຈອນ ແລະ ມີຄວາມປອດໄພ, ພ້ອມນັ້ນ ກໍ່ໃຫ້ເພີ່ມທະວີການໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນ ຜ່ານສໍ້ໂທລະພາບ, ວິທະຍຸ ແລະ ສື່ສັງຄົມອອນລາຍຕ່າງໆ ເພື່ອສ້າງຈິດສຳນຶກໃຫ້ພົນລະເມືອງ ໃນທົ່ວສັງຄົມ ຫຼີ້ນບຸນປີໃໝ່ ຢ່າງເປົກບານມ່ວນຊື່ນ, ມີສະຕິ ແລະ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນການເກີດອຸບັດຕິເຫດ ແລະ ບໍ່ໃຫ້ມີການຈັດເປັນກຸ່ມຫຼີ້ນປີໃໝ່ຢ່າງຊະຊາຍຕາມຖະໜົນຫົນທາງ ເພື່ອຫຼີກເວັ້ນການສັນຈອນແອອັດ.

No photo description available.