ລາຄາຄຳ ເພີ່ມຂຶ້ນທະລຸ 2.000 ໂດລາຕໍ່ອອນ

83

ລາຄາຄຳໃນຕະຫຼາດໂລກ ເພີ່ມຂຶ້ນທະລຸ 2 ພັນໂດລາຕໍ່ອອນ ເປັນຄັ້ງທຳອິດໃນຮອບກວ່າ 1 ປີ, ທ່າມກາງອຸປະສົງຄຳເພີ່ມຂຶ້ນ ເນື່ອງຈາກນັກລົງທຶນຕ່າງກໍຍັງວິຕົກກັງວົນບັນຫາປັ່ນປ່ວນໃນລະບົບທະນາຄານ ເຖິງແມ່ນວ່າ ທະນາຄານ ຢູບີເອັສ ເຊິ່ງເປັນທະນາຄານຍັກໃຫຍ່ ຂອງສະວິດເຊີແລນ ຈະເຂົ້າໄປຄວບລວມກິດຈະການຂອງທະນາຄານເຄຣດິດສະວິດ ແລ້ວກໍຕາມ.

อาจเป็นรูปภาพของ น้ำหอม และ เครื่องสำอาง

ໂດຍລາຄາຄຳ ເຊິ່ງເປັນສິນຊັບທີ່ປອດໄພ ເພີ່ມຂຶ້ນເປັນ 2.009 ໂດລາຕໍ່ອອນ ໃນການ ຊື້ – ຂາຍໃນຕະຫຼາດລອນດອນ ເມື່ອວັນທີ 20 ມີນາຜ່ານມາ ເຊິ່ງຖືເປັນລາຄາສູງສຸດ ນັບແຕ່ເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ກັບ ອູແກຣນ. ໂດຍລາຄາຄຳໄດ້ເພີ່ມຂຶ້ນ 9% ແລ້ວ ນັບແຕ່ທະນາຄານ ຊີລີຄອນ ວັລເລ ຂອງສະຫະລັດລົ້ມລະລາຍ ເມື່ອ 10 ກວ່າວັນທີ່ຜ່ານມາ ເນື່ອງຈາກຂາດສະພາບຄ່ອງ. ຈາກສະຖານະການດັ່ງກ່າວ ໄດ້ເຮັດໃຫ້ນັກລົງທຶນເຂົ້າຊື້ຄຳເປັນຈຳນວນຫຼວງຫຼາຍ ເນື່ອງຈາກເປັນສິນຊັບທີ່ປອດໄພ.

อาจเป็นรูปภาพของ เครื่องประดับ และ เงิน