ອີຊີບີ ປັບດອກເບ້ຍຂຶ້ນສູ່ລະດັບສູງທີ່ສຸດ ນັບແຕ່ທ້າຍປີ 2008

23

ໃນວັນທີ 16 ມີນາ ທະນາຄານກາງເອີຣົບ ຫຼື ອີຊີບີ ( ECB ) ມີສຳນັກງານຢູ່ປະເທດເຢຍລະມັນ ໄດ້ປະກາດຂຶ້ນອັດຕາດອກເບ້ຍຕື່ມອີກ 0,5% ຂອງບັນດາປະເທດ ໃຊ້ສະກຸນເງິນເອີໂຣ (Eurozone) ເພື່ອແນໃສ່ຄວບຄຸມໄພເງິນເຟີ້. ນີ້ແມ່ນອັດຕາດອກເບ້ຍສູງທີ່ສຸດຂອງ ອີຊີບີ ນັບແຕ່ທ້າຍປີ 2008.

อาจเป็นรูปภาพของ เงิน

ຕາມຂໍ້ຕົກລົງຂອງ ອີຊີບີ ແລ້ວ, ອັດຕາດອກເບ້ຍສະໜອງທຶນຫຼັກແຫຼ່ງຈະເພີ່ມຂຶ້ນ 3,5%, ດອກເບ້ຍໃຫ້ກູ້ຢືມທີ່ມີການດັດປັບເລັກໜ້ອຍ ເພີ່ມຂຶ້ນ 3,75%, ດອກເບ້ຍເງິນຝາກມື້ຕໍ່ມື້ ເພີ່ມຂຶ້ນ 3%, ບັນດາອັດຕາດອກເບ້ຍໃໝ່ຈະມີຜົນສັກສິດ ແຕ່ວັນທີ 22 ມີນາເປັນຕົ້ນໄປ ຂໍ້ຕົກລົງນີ້ຂອງ ອີຊີບີ ນີ້ ໄດ້ຮັບການຕັ້ງຄວາມຫວັງຈາກວົງການນັກວິຊາການ ແລະ ນັກລົງທຶນເກືອບທັງໝົດ.

อาจเป็นรูปภาพของ เงิน

ດ້ວຍຂໍ້ຕົກລົງສືບຕໍ່ເພີ່ມດອກເບ້ຍຂຶ້ນ, ອີຊີບີ ພວມພະຍາຍາມຮັບມືກັບສະພາບການໄພເງິນເຟີ້ຂຶ້ນສູງຢູ່ເຂດ Eurozone ທີ່ເພີ່ມຂຶ້ນເປັນລະດັບ 8,5% ໃນເດືອນກຸມພາ 2023 ພາຍຫຼັງຂຶ້ນເຖິງລະດັບ 8,6% ໃນເດືອນກ່ອນ.