ສໍາເລັດການແຂ່ງຂັນກ໊ອຟມິດຕະພາບ ສະໂມສອນກ໊ອຟ ອາວຸໂສ ລາວ ພົບ ໄທ ທີ່ລາວ, ຄັ້ງຕໍ່ໄປຈະໄປຢາມໄທ

123

ສະໂມສອນກ໊ອຟ ອາວຸໂສລາວ ຕ້ອນຮັບການມາຢາມຂອງຂອງ ສະໂມສອນກ໊ອຟ ອາວຸໂສໄທ ໃນການແຂ່ງຂັນກີລາກ໊ອຟມິດຕະພາບລະຫວ່າງ 2 ຝັ່ງ ທີ່ສະໜາມກ໊ອຟລາວ ຄັນທຣີ ຄລັບ ( Lao Country Club Golf Course ) ເມື່ອວັນທີ 19 ມີນາ 2023 ໄດ້ສໍາເລັດຢ່າງຈົບງາມ ເພື່ອເປັນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ແລະ ສ້າງສາຍພົວພັນລະຫວ່າງ 2 ພາກຝັ່ງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ການແຂ່ງຂັນລາຍການດັ່ງກ່າວດໍາເນີນເປັນໄລຍະເວລາ 1 ວັນຕັ້ງແຕ່ຕອນເຊົ້າຈົນເຖິງຕອນແລງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານທີ່ປຶກສາ ສະໂມສອນກ໊ອຟອາວຸໂສລາວ ແລະ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ນໍາທີມກ໊ອຟລາວ ລົງແຂ່ງຂັນກັບ ທີມກ໊ອຟຈາກໄທ ທີ່ນໍາໂດຍ ທ່ານ ໄກຣແສງ ສຸກໄຊ ຫົວໜ້າຄະນະທີມກ໊ອຟຈາກໄທ ພ້ອມດ້ວຍນັກກ໊ອຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 80 ກວ່າຄົນ.

ໂອກາດດັ່ງກ່າວ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ກ່າວໃນພິທີເປີດວ່າ: ສະໂມສອນກ໊ອຟອາວຸໂສລາວ ຈັດການແຂ່ງຂັນຄັ້ງນີ້ພວກເຮົາຈັດຂຶ້ນເປັນຄັ້ງພິເສດເພື່ອສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ ແລະ ຍັງເປັນການຕ້ອນຮັບນັກ໊ອຟຈາກປະເທດໄທ ເພື່ອສ້າງຄວາມສາມັກຄີມິດຕະພາບ, ພົບປະສ້າງສັນ, ຮ່ວມມື ແລະ ສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງການແຂ່ງຂັນໄດ້ດໍາເນີນໄປຢ່າງຄວາມເບີກບານມ່ວນຊື່ນ ແລະ ໄດ້ຮູ້ຈັກກັນຫຼາຍຂຶ້ນ ໄດ້ແລກປ່ຽນຫຼາຍໆສິ່ງເຊິ່ງກັນແລະກັນ ໂດຍມີນັກກີລາເຂົ້າຮ່ວມ 80 ກວ່າຄົນ, ແນ່ນອນໃນວັນທີ 22 ມີນາ 2023 ພວກເຮົາຈະເດີນທາງໄປແຂ່ງຂັນທີ່ສະໜາມກ໊ອຟວິກຕໍຣີ ທີ່ຈັງຫວັດໜອງຄາຍ ປະເທດໄທ.

ຂະນະດຽວກັນ ທ່ານ ໄກຣແສງ ສຸກໄຊ ຫົວໜ້າຄະນະທີມກ໊ອຟຈາກໄທ ກ່າວວ່າ: ການແຂ່ງຂັນຄັ້ງນີ້ເປັນມື້ທີ່ມີຄວາມປະທັບໃຈທີ່ສຸດ, ມີຄວາມສຸກ ແລະ ກໍໄດ້ຮັບຕ້ອນຮັບຢ່າງອົບອຸ່ນ ໄດ້ແລກປ່ຽນ, ໄດ້ຄວາມສາມັກຄີ ແລະ ມິດຕະພາບດີໆຜ່ານການແຂ່ງຂັນ ແນ່ນອນໃນໄວໆນີ້ ທາງພວກເຮົາຂໍຮຽນເຊີນ ນັກກ໊ອຟຈາກສະໂມສອນກ໊ອຟ ອາວຸໂສລາວ ໄປຢ້ຽມຢາມ ແລະ ໄປແຂ່ງຂັນກ໊ອຟທີ່ສະໜາມກ໊ອຟ ວິກຕໍຣີ ປະເທດໄທ ຂໍໃຫ້ພວກເຮົາໄດ້ຕ້ອນຮັບຢ່າງອົບອຸ່ນດ້ວຍ.

ສໍາລັບ ການແຂ່ງຂັນມີຫຼາຍປະເພດທັງຍິງ ແລະ ຊາຍ ໂດຍຊະນະເລີດແມ່ນໄດ້ຮັບຂັນລາງວັນ ຜ່ານການແຂ່ງຂັນປາກົດວ່າ:
-ຊະນະເລີດສາຍ A: ທ່ານ ຄໍາໄຕ ຄໍາແພງເພັດ ດ້ວຍຄະແນນ 66
-ຊະນະເລີດສາຍ B: ທ່ານ ເຂັມທອງ ຊານຸບານ ດ້ວຍຄະແນນ 63
-ຊະນະເລີດສາຍ ສຸພາບສະຕີ: ທ່ານ ນາງ ຫອມແພງ ສຸກສັນ ດ້ວຍຄະນະແນນ 64
-ຊະນະເລີດສາຍ ບໍ່ມີແຕ້ມຕໍ່: ທ່ານ ຄໍາພັນ ມາລາບັນດິດ ດ້ວຍຄະແນນ 74
-ຊະນະເລີດປະເພດທີມ: ທີມຈາກລາວ ໄດ້ຄະແນນ 1787 ເອົາຊະນະ ທີມຈາກໄທ

ສ່ວນລາງວັນອື່ນໆກໍໄດ້ຮັບຂັນລາງວັນປະກອບມີ:
-ລາງວັນຕີໃກ້ຂຸມ 16 ພາ 3 ຕົກເປັນຂອງ ທ່ານ Ds.Phisith PHOUTSAWATH ຕີໄດ້ 0,49 ແມັດ
-ລາງວັນຕີໄກໃກ້ເສັ້ນຂຸມ 15 ພາ 4 ຕົກເປັນຂອງ ທ່ານ ນາງ Paivanh HOMCHAMPA ຕີໄດ້ 0,10 ແມັດ
-ລາງວັນຕີໃກ້ຂຸມ 8 ພາ 3 ຕົກເປນັຂອງ ທ່ານ Boutheo PHOMMAXAISY ຕີໄດ້ 1,40 ແມັດ
ຂ່າວ: Larh Cretors; ຮູບຈາກ: ACTION PRO LAOS