ເອີຣົບ ຮັບຮອງເອົາຮ່າງກົດໝາຍ 2 ສະບັບ ຫວັງຫຼຸດຜ່ອນການປ່ອຍອາຍພິດ – ເພີ່ມເນື້ອທີ່ປ່າ

30

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ລັດຖະສະພາເອີຣົບ ( EP ) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບ ເພື່ອແນໃສ່ໃຫ້ບັນດາປະເທດສະມາຊິກ EU ຫຼຸດຜ່ອນການປ່ອຍມົນລະພິດລົງ ແລະ ເພີ່ມລະບົບນິເວດທາງທຳມະຊາດດູດເອົາທາດກາກບອນ ໄດອ໋ອກໄຊ.

อาจเป็นรูปภาพของ กลางแจ้ง

ສຳລັບຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນມີຄວາມສຳຄັນຕໍ່ການປ່ຽນແປງດິນຟ້າອາກາດ ໂດຍອົງການນິຕິບັນຍັດເອີຣົບ ພິຈາລະນາ ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງປະເທດສະມາຊິກທັງ 27 ປະເທດ ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990.

ສຳລັບຮ່າງກົດໝາຍສະບັບທຳອິດ ແມ່ນວາງເປົ້າໝາຍຮອດປີ 2030, ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກອີຢູ ໃນຂົງເຂດຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອຈະຫຼຸດລົງ 40% ເມື່ອທຽບໃສ່ປີ 2005. ໃນຂະນະທີ່, ຮ່າງກົດໝາຍສະບັບທີສອງ ສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ຫ້ວຍໜອງຄອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆ ທີ່ສາມາດດູດເອົາທາດກາກບອນ ໄດອ໋ອກໄຊ ຈາກອາກາດຫຸ້ມໜ່ວຍໂລກ.

อาจเป็นรูปภาพของ ธรรมชาติ

ຮ່າງກົດໝາຍສະບັບນີ້ ໄດ້ວາງເປົ້າໝາຍເພື່ອຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບກາກບອນ ໄດອ໋ອກໄຊ ປະມານ 310 ລ້ານໂຕນ ໃນປີ 2030 ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ.