ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ຢ້ຽມຢາມແລກປ່ຽນບົດຮຽນ ຢູ່ຣາຊະອານາຈັກໄທ

110

 

ໃນລະຫວ່າງວັນທີ 8-13 ມີນາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ນໍາພາຄະນະເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານອຸດສາຫະກຳ ແລະ ການຄ້າ ຢູ່ຣາຊະອານາຈັກໄທ. ຈຸດປະສົງແມ່ນເພື່ອຖອດຖອນບົດຮຽນ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງວຽກງານອຸດສາຫະກຳ ແລະ ການຄ້າ ລວມທັງການພັດທະນານິຄົມອຸດສາຫະກຳ ຊຶ່ງກະຊວງອຸດສາຫະກຳ ແລະການຄ້າ ກຳລັງຄົ້ນຄວ້າສ້າງດຳລັດເຂດ ແລະ ນິຄົມອຸດສາຫະກຳ ພ້ອມກັນນັ້ນກໍ່ເພື່ອຢ້ຽມຢາມ, ສ້າງການພົວພັນ ແລະ ແລກປ່ຽນກ່ຽວກັບການສະຫນອງນ້ຳມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ, ການສົ່ງເສີມອຸດສາຫະກຳປຸງແຕ່ງ ແລະ ການພັດທະນາສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ທີ່ໄທມີບົດຮຽນ ແລະ ປະສົບການຫລາຍ.

May be an image of 7 people, people standing and indoor
ໃນໂອກາດນີ້ ທ່ານລັດຖະມົນຕີ ອຄ ພ້ອມດ້ວຍຄະນະທີ່ມາຈາກບັນດາກົມວິຊາການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກທຸລະກິດຈຳນວນໜຶ່ງ ໄດ້ພົບປະ ແລະ ແລກປ່ຽນບົດຮຽນກັບຜູ້ບໍລິຫານລະດັບສູງຂອງກະຊວງພານິດ (ການຄ້າ) ແລະ ກະຊວງອຸດສາຫະກຳຂອງໄທ. ຈາກນັ້ນໄດ້ໄປຢ້ຽມຢາມບັນດາບໍລິສັດ ແລະ ຫົວໜ່ວຍການຜະລິດຢູ່ຫຼາຍຈັງຫວັດ ຄື: ບໍລິສັດ ອຳມະຕະ ໂຄອັບເປີເຣຊັນ, ບໍລິສັດ ປຕທ ໂອອາ, ໂຮງກັ່ນນໍ້າໄທອອຍ, ໂຮງງານຜະລິດໄຟຟ້າ ຢູ່ນິຄົມອຸດສາຫະກໍາຫນອງແຄ, ໂຮງງານແປ້ງມັນຕົ້ນອ່ຽມເຮັງ, ໂຮງງານຜະລິດເອຕາໂນນ ແລະ ໂຮງງານປຸ໋ຍຊີວະພາບ ພ້ອມທັງຢ້ຽມຊົມການສົ່ງເສີມຜູ້ປະກອບການສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນຢູ່ບໍລິສັດໄທໄຣເຮີບ.

May be an image of 10 people
ການເຄື່ອນຢ້ຽມຢາມຄັ້ງນີ້ ໄດ້ບົດຮຽນທີ່ເປັນປະໂຫຍດຈາກການແລກປ່ຽນຄວາມຄິດຄຳເຫັນ ໃນບັນຫາຫົວຂໍ້ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າລາວສົນໃຈ ກັບບັນດາກົມກ່ຽວຂ້ອງຂອງກະຊວງພານິດ ແລະ ກະຊວງອຸດສາຫະກຳໄທ ເຊັ່ນ: ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ; ການຄຸ້ມຄອງລາຄາ; ການສ້າງຖານຂໍ້ມູນ ເພື່ອຄຸ້ມຄອງ ແລະ ວິເຄາະຂໍ້ມູນ, ການພັດທະນາອຸດສາຫະກຳ ແລະ ການສະໜອງນໍ້າມັນເຊື້ອໄຟ. ບົດຮຽນ ແລະ ປະສົບການດັ່ງກ່າວນີ້ຈະໄດ້ນຳມາໝຸນໃຊ້ເຂົ້າໃນການຍົກສູງປະສິດທິພາບ ແລະ ປະສິດທິຜົນວຽກງານຄຸ້ມຄອງມະຫາພາກຂອງຂະແໜງການ ໂດຍສະເພາະແມ່ນວຽກງານນິຄົມອຸດສາຫະກຳ.

No photo description available.
ໃນໂອກາດນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍລິສັດ ອຳມະຕະ ຊິດຕີລາວ ຈຳກັດ ກໍໄດ້ລົງນາມບົດບັນທຶກການຮ່ວມມືກ່ຽວກັບການພັດທະນານິຄົມອຸດສາຫະກຳ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ຄຸ້ມຄອງການພັດທະນານິຄົມອຸດສາຫະກຳ ກໍຄືການສ້າງຕົວເມືອງອຸດສາຫະກຳທັນສະໄຫມ ແລະ ເປັນມິດກັບສິ່ງແວດລ້ອມ ໃຫ້ແກ່ ສປປ ລາວ ແລະ ປະຊາຊົນທ້ອງຖິ່ນ ພາຍໃຕ້ແນວຄວາມຄິດ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ (All Win).

May be an image of 10 people, people standing and people sitting