ລາຄານ້ຳມັນໃນຕະຫຼາດໂລກ ຫຼຸດລົງຕ່ຳສຸດໃນຮອບ 1 ປີ

39

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖານະການຕະຫຼາດຫຸ້ນໃນສະຫະລັດອາເມຣິກາ ແລະ ສະຫະພາບເອີຣົບ ຫຼຸດລົງຢ່າງຕໍ່ເນື່ອງ ຈາກ ຄວາມບໍ່ແນ່ນອນຂອງຂະແໜງທະນາຄານ ສົ່ງຜົນໃຫ້ເກີດ ຄວາມວິຕົກກັງວົນຕໍ່ເສດຖະກິດໂລກ, ໃນຂະນະດຽວກັນ ກໍສົ່ງຜົນໃຫ້ລາຄານ້ຳມັນຫຼຸດລົງຕ່ຳສຸດໃນຮອບກວ່າ 1 ປີ.

อาจเป็นรูปภาพของ กลางแจ้ง

ລາຄານ້ຳມັນດິບໃນຕະຫຼາດຫຼັກ 2 ແຫ່ງ ປັບຫຼຸດລົງມາຢູ່ລະດັບຕ່ຳສຸດ ນັບແຕ່ເດືອນທັນວາ 2021 ເປັນຕົ້ນມາ, ຫຼັງຫຼຸດລົງຢ່າງຕໍ່ເນື່ອງ 3 ວັນຕິດຕໍ່ກັນ ໂດຍນ້ຳມັນດິບ       ເບຣນທະເລເໜືອຫຼຸດລົງ 4,9% ຢູ່ທີ່ 73,69 ໂດລາຕໍ່ບາເຣວ, ໃນຂະນະທີ່ນ້ຳມັນດິບເວສເທັກຊັສ ຫຼຸດລົງ 5,2% ຢູ່ທີ່ 67,61 ໂດລາຕໍ່ບາເຣວ, ຕ່ຳກວ່າລະດັບລາຄາທາງເຕັກນິກ ຄື 70 ແລະ 68 ໂດລາຕໍ່ບາເຣວຕາມລຳດັບ.

อาจเป็นรูปภาพของ กลางแจ้ง