ປະກາດສ້າງຕັ້ງອົງການກວດສອບປະຈຳພາກກາງ2

70

ພິທີປະກາດການສ້າງຕັ້ງອົງ ການກວດສອບປະຈຳພາກກາງ 2 ທີ່ແຂວງສະຫວັນນະເຂດ ໄດ້ ຈັດຂຶ້ນຢ່າງເປັນທາງການໃນ ຕອນບ່າຍວັນທີ 14 ມີນາ 2023 ທີ່ຫ້ອງປະຊຸມຫ້ອງວ່າການປົກ ຄອງແຂວງ ເຊິ່ງໃຫ້ກຽດເຂົ້າ ຮ່ວມເປັນປະທານໃນພິທີຄັ້ງ ນີ້ມີທ່ານ ວຽງທະວີສອນ ເທບ ພະຈັນ ປະທານອົງການກວດ ສອບແຫ່ງລັດ ແລະທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ຈາກນີ້ກໍ່ມີຄະນະການນຳ ຂັ້ນສູງຂອງແຂວງ-ອົງການກວດ ສອບແຫ່ງລັດ, ບັນດາທ່ານເຈົ້າ ເມືອງ, ຫົວໜ້າພະແນກການ ອ້ອມຂ້າງແຂວງ, ການຈັດຕັ້ງ ກ່ຽວຂ້ອງ, ແຂກຖືກເຊີນ ແລະພະ ນັກວິຊາການຂອງອົງການເຂົ້າ ຮ່ວມຢ່າງພ້ອມພຽງ.

May be an image of 1 person and standing
ໃນພິທີ, ທ່ານ ລຳທອນ ບຸດຕະລາດ ຫົວໜ້າກົມຈັດຕັ້ງ ແລະພະນັກງານອົງການກວດ ສອບແຫ່ງລັດ ໄດ້ຂຶ້ນຜ່ານມະຕິ ຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການ ສ້າງຕັ້ງອົງການກວດສອບປະຈຳ ພາກກາງ 2 ແຂວງສະຫວັນນະເຂດ, ມະຕິຄະນະປະຈຳ ສະພາແຫ່ງຊາດ  ວ່າດ້ວຍການແຕ່ງຕັ້ງທ່ານ ອຸໄພວັນ ໄຊຍະວົງ ກຳມະການພັກແຂວງ ເປັນປະທານອົງການກວດສອບ ປະຈຳພາກກາງ 2, ຂໍ້ຕົກລົງ ຂອງອົງການກວດສອບແຫ່ງລັດ ຈຳນວນ 4 ສະບັບຄື: ຂໍ້ຕົກລົງ ເລກທີ 300/ອກສລ, ວ່າດ້ວຍ ການແຕ່ງຕັ້ງທ່ານ ພູລັດຕະນະ ພົມມະຫາໄຊ ຮອງຫົວໜ້າຫ້ອງ ການອົງການກວດສອບແຫ່ງລັດ ເປັນຮອງປະທານອົງການກວດ ສອບປະຈຳພາກກາງ 2, ຂໍ້ຕົກ ລົງເລກທີ 301/ອກສລ, ວ່າດ້ວຍ ການແຕ່ງຕັ້ງທ່ານ ສີທາ ມີດາວົງ ຫົວໜ້າຂະແໜງບໍລິຫານ-ຈັດ ຕັ້ງ, ກວດກາ ຫ້ອງວ່າການປົກ ຄອງແຂວງ ເປັນຫົວໜ້າພະແນກ ອົງການກວດສອບປະຈຳພາກ ກາງ 2, ຂໍ້ຕົກລົງເລກທີ 302/ອກສລ, ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ບົງສຸວັນ ມະນີວົງ ຮອງຫົວໜ້າຂະແໜງຈັດຕັ້ງນະ ໂຍບາຍ ຄະນະຈັດຕັ້ງແຂວງ ເປັນ ຮັກສາການຫົວໜ້າພະແນກອົງ ການກວດສອບປະຈຳພາກກາງ 2 ແລະຂໍ້ຕົກລົງເລກທີ 303/ອກສລ, ວ່າດ້ວຍການແຕ່ງຕັ້ງທ່ານ ກິຕ້າ ວັນຕານວົງພັບ ຫົວໜ້າຫ້ອງການ ບໍລິຫານດ່ານສາກົນແດນສະຫວັນ ເປັນຮອງຫົວໜ້າພະແນກ ອົງການກວດສອບປະຈຳພາກ ກາງ 2.

May be an image of 3 people and people standing

ເຊິ່ງອົງການກວດສອບປະ ຈຳພາກກາງ 2 ມີຂອບເຂດການ ເຄື່ອນໄຫວຊີ້ນຳໆພາວຽກງານ ໃນຄວາມຮັບຜິດຊອບຂອງຕົນໃນ 3 ແຂວງພາກກາງຄື: ບໍລິຄຳ ໄຊ, ຄຳມ່ວນ ແລະແຂວງສະ ຫວັນນະເຂດ.
ໂອກາດນີ້, ທ່ານ ວຽງທະວີ ສອນ ເທບພະຈັນ ກໍ່ໄດ້ໃຫ້ກຽດ ໂອ້ລົມ ໂດຍທ່ານໄດ້ຍົກໃຫ້ຮູ້ເຖິງ ການເຕີບໃຫຍ່ຂະຫຍາຍຕົວຂອງ ອົງການກວດສອບແຫ່ງລັດນັບ ແຕ່ມື້ສ້າງຕັ້ງໃນປີ 1998 ເຖິງ ປະຈຸບັນ ເປັນໄລຍະເວລາ 24 ປີ, ໂດຍຜ່ານຂະບວນວິວັດແຫ່ງການ ປັບປຸງປ່ຽນແປງຕາມແນວທາງ ການນໍາພາຂອງພັກ-ລັດ, ການ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ການກວດສອບແຫ່ງລັດເພື່ອໄດ້ ເຄື່ອນໄຫວຕາມສິດ ແລະໜ້າທີ່ ໃນການກວດສອບການເງິນຢ່າງ ເຕັມສ່ວນ ແລະໄດ້ຮັບໝາກຜົນ ເປັນກ້າວໆມາ ພ້ອມນີ້, ທ່ານ ໄດ້ຍົກໃຫ້ເຫັນເຖິງກົດເກນຂອງ ລະບົບກົງຈັກການຈັດຕັ້ງ ເພື່ອ ເຮັດໃຫ້ວຽກງານຂອງອົງການ ກວດສອບແຫ່ງລັດມີການພັດ ທະນາ, ມີປະສິດທີພາບ ແລະປະ ສິດທິຜົນຂຶ້ນກວ່າເກົ່າ.

May be an image of 15 people, people standing and indoor
ວາລະຕໍ່ມາ, ທ່ານເຈົ້າແຂວງ ສະຫວັນນະເຂດ ກໍ່ໄດ້ກ່າວສະ ແດງຄວາມປີຕິຊົມຊື່ນເປັນຢ່າງ ຍິ່ງທີ່ອົງການກວດສອບໄດ້ຂະ ຫຍາຍຕົວອອກເປັນຫຼາຍຂົງ ເຂດກວດສອບເຮັດໃຫ້ການຄຸ້ມ ຄອງງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມຮັດກຸມ ແລະເຂັ້ມງວດ ຂຶ້ນກວ່າເກົ່າ ຈາກນັ້ນ, ໃນພິທີຍັງ ໄດ້ມີການມອບອຸປະກອນຮັບ ໃຊ້ຫ້ອງການຈຳນວນໜຶ່ງໃຫ້ອົງ ການກວດສອບປະຈຳພາກກາງ 2 ນຳອີກ./.