ເງິນປອນລີບັງ ອ່ອນຄ່າລົງຕ່ຳສຸດເປັນປະຫວັດສາດ

35

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ແລກປ່ຽນເງິນຕາຕ່າງປະເທດ ( ຕະຫຼາດນອກລະບົບ ) ແຈ້ງວ່າ: ເງິນປອນ ລີບັງ ໄດ້ອ່ອນຄ່າລົງເປັນສະຖິຕິຕ່ຳສຸດໃນປະຫວັດສາດ ໂດຍມີການຊື້ – ຂາຍ ( ແລກປ່ຽນ ) ຢູ່ທີ່ 100.000 ປອນລີບັງ ຕໍ່ໂດລາສະຫະລັດ, ທັງທີ່ອັດຕາແລກປ່ຽນຢ່າງເປັນທາງການ ທີ່ທະນາຄານກາງຂອງລີບັງກຳນົດ ຢູ່ທີ່ລະດັບ 15.000 ປອນລີບັງ ຕໍ່ໂດລາສະຫະລັດ.

อาจเป็นรูปภาพของ เงิน

ທັງນີ້, ເງິນປອນລີບັງ ເຄີຍເຄື່ອນໄຫວຢູ່ລະດັບ 1.507 ປອນລີບັງຕໍ່ໂດລາສະຫະລັດ ກ່ອນລີບັງ ປະເຊີນກັບວິກິດເສດຖະກິດໃນປີ 2019 ທີ່ເຮັດໃຫ້ຄົນສ່ວນໃຫຍ່ຂອງປະເທດ ກາຍເປັນຄົນທຸກຍາກ ແລະ ນັບແຕ່ປີນັ້ນມາ ສະກຸນເງິນປອນຂອງລີບັງໄດ້ອ່ອນຄ່າລົງລະດັບ 60.000 ປອນລີບັງຕໍ່ໂດລາສະຫະລັດ ເມື່ອທ້າຍເດືອນມັງກອນ 2023, ກ່ອນຈະອ່ອນຄ່າລົງຈຸລະດັບ 1 ແສນປອນລີບັງຕໍ່ 1 ໂດລາສະຫະລັດ ໃນຂະນະນີ້.

อาจเป็นรูปภาพของ 1 คน, เงิน และ ข้อความ