ຍີ່ປຸ່ນ ກັບມານຳເຂົ້ານ້ຳມັນຈາກຣັດເຊຍ

31

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນເປີດເຜີຍວ່າ ໃນເດືອນມັງກອນ 2023 ຜ່ານມາ ຍີ່ປຸ່ນໄດ້ນຳເຂົ້ານຳມັນຈາກຣັດເຊຍອີກຄັ້ງ, ຫຼັງຈາກທີ່ຢຸດຕິການນຳເຂົ້າໄປນານ 8 ເດືອນ ໂດຍຍີ່ປຸ່ນໄດ້ຮັບນ້ຳມັນດິບຈາກໂຄງການນ້ຳມັນ ແລະ ແກັສ Sakhalin-2 ໃນພູມີພາກຕາເວັນອອກໄກຂອງຣັດເຊຍ ຈຳນວນ 747.706 ບາເຣວ ຜ່ານການສັ່ງຊື້ຈາກບໍລິສັດໄທໂຢ ອອຍ ຂອງຍີ່ປຸ່ນ ເຊິ່ງບໍລິສັດດັ່ງກ່າວລະບຸວ່າ ນ້ຳມັນດິບຈຳນວນດັ່ງກ່າວ ເປັນສ່ວນໜຶ່ງຂອງປະລິມານນ້ຳມັນດິບທີ່ເຫຼືອຂອງສັນຍາໃນປີ 2022.

ການນຳເຂົ້າຄັ້ງນີ້ ຖືວ່າ ເປັນຄັ້ງທຳອິດທີ່ຍີ່ປຸ່ນນຳເຂົ້ານ້ຳມັນຈາກຣັດເຊຍ ນັບແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ.
ທັງນີ້ ເມື່ອທ້າຍປີ 2022 ຍີ່ປຸ່ນໄດ້ຮ່ວມກັບບັນດາປະເທດຕາເວັນຕົກ ກຳນົດເພດານລາຄານ້ຳມັນຂອງຣັດເຊຍ ເຊິ່ງເປັນສ່ວນຫນຶ່ງຂອງຄວາມພະຍາຍາມຫຼຸດລາຍໄດ້ຂອງຣັດເຊຍລົງ ທີ່ມີສະຫະລັດອາເມຣິກາ ແລະ ພັນທະມິດເປັນແກນນຳ ໂດຍໄດ້ຮັບການສະໜັບສະໜູນຈາກກຸ່ມຈີ 7, ອີຢູ ແລະ ອົດສະຕຣາລີ.

ແນວໃດກໍຕາມ ຍີ່ປຸ່ນໄດ້ຮັບການຍົກເວັ້ນໂດຍບໍ່ຈຳເປັນຕ້ອງກຳນົດເພດານລາຄານ້ຳມັນດິບຂອງຣັດເຊຍທີ່ນຳເຂົ້າຜ່ານໂຄງການ Sakhalin-2 ເນື່ອງຈາກອາດຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງຍີ່ປຸ່ນ.
ນອກຈາກນ້ຳມັນດິບແລ້ວ ໂຄງການ Sakhalin-2 ຍັງສະຫນອງແກັສທຳມະຊາດແຫຼວ (LNG) ແກ່ຍີ່ປຸ່ນ ກວມເອົາປະມານ 9% ຂອງປະລິມານການນຳເຂົ້າ LNG ທັງໝົດຂອງຍີ່ປຸ່ນ ແລະ ຄິດເປັນສັດສ່ວນ 3% ຂອງອຸປະທານພະລັງງານຂອງຍີ່ປຸ່ນ.