ແຮງງານ ລາວ ກຽມເຮ… 2 ພາກສ່ວນ ເຊັນຮ່ວມມື ຈັດສົ່ງແຮງງານລາວ ຕາມລະດູການ ໄປເຮັດວຽກຢູ່ເມືອງແທແບັກ ແຂວງກັງວອນ ສ.ເກົາຫຼີ

140

ໃນວັນທີ 3 ມີນາ 2023 ໄດ້ມີພິທີເຊັນບົດບັນທຶກຮ່ວມມື ກ່ຽວກັບການຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ເມືອງແທແບັກ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ເມືອງແທແບັກ ແຂວງກັງວອນ ປະເທດ ສ.ເກົາຫຼີ.


ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍການລົງນາມຂອງທ່ານ ສຸລິຍາ ຄຳວົງສາ ຮອງຫົວໜ້າກົມການຈັດຫາງານ, ທ່ານ ສະເຫຼີມ ພົມມະຈັນ ເຈົ້າເມືອງໆທົ່ງມີໄຊ ແຂວງໄຊຍະບູລີ, ທ່ານ ຄໍາຟັ້ນ ບູນສະຫວັນ ຮອງເຈົ້າເມືອງ ເມືອງ ປາກລາຍ ແຂວງ ໄຊຍະບູລີ ແລະ ທ່ານ ລີຊັງໂຮ (Lee sang ho) ເຈົ້າເມືອງແທແບັກ ແຂວງກັງວອນ ສ.ເກົາຫຼີ, ເຂົ້າຮ່ວມເປັນສັງຂີພິຍານໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໜູເກນ ພັນລັກ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດດັ່ງກ່າວ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າກົມການຈັດຫາງານ ກ່າວບາງຕອນວ່າ: ມາຮອດປະຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານການຈັດສົ່ງແຮງງານໄປເຮັດວຽກຕາມລະດູການ ຮ່ວມກັບ 31 ເມືອງ ຂອງ ສ.ເກົາຫຼີ ແລະ ສາມາດຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການໄດ້ຈໍານວນ ທັງໝົດ 564 ຄົນ, ຍິງ 297 ຄົນ.
ເພື່ອເປັນການຂະຫຍາຍການຮ່ວມມືດ້ານການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງຕ່າງໆ ຂອງ ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ ກົມການຈັດຫາງານ ໄດ້ປະສານງານກັບຜູ້ຮັບຜິດຊອບ ວຽກງານການຈັດສົ່ງແຮງງານຕາມລະດູການ ຂອງນະຄອນ ແທແບັກ ໂດຍຜ່ານລະບົບເອເລັກໂຕນິກ ຊຶ່ງທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ຮ່າງບົດບັນທຶກການຮ່ວມມື ແລະ ສາມາດເປັນເອກະພາບຕໍ່ເນື້ອໃນຂອງຮ່າງບົດບັນທຶກການຮ່ວມມື ຮ່ວມກັນ ຊຶ່ງນໍາມາສູ່ພິທີການເຊັນສັນຍາຮ່ວມກັນໃນມື້ນີ້.

ສະນັ້ນ ການຮ່ວມມືກັນລະຫວ່າງ ກົມການຈັດຫາງານ ແລະ ນະຄອນ ແທແບັກ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ນະຄອນ ແທແບັກ ໃນຄັ້ງນີ້ ຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບ ແຮງງານຂອງ ສປປ ລາວ ກໍ່ຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມ່ີລາຍຮັບໃຫ້ແກ່ຕົນແຮງງານເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ. ຊາວກະສິກອນ, ເຈົ້າຂອງຟາມ ພາຍໃນນະຄອນ ແທແບັກ ກໍ່ຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາ.


ຂ້າພະເຈົ້າ ໃນນາມຕາງໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕີລາຄາສູງຕໍ່ການຮ່ວມມືກັບນະຄອນ ແທແບັກ ໃນຄັ້ງນີ້ ແລະ ໃຫ້ສັນຍາວ່າ ຈະສຶກສາອົບຮົມແຮງງານລາວໃຫ້ມີລະບຽບວິໄນໃນການເຮັດວຽກ, ປະຕິບັດກົດລະບຽບຂອງເມືອງແອນດອງ ກໍ່ຄື ສ.ເກົາຫຼີ ຢ່າງເຂັ້ມງວດ ໂດຍສະເພາະການປ້ອງກັນການໂຕນໜີຂອງແຮງງານ ຊຶ່ງພວກຂ້າພະເຈົ້າຈະມີການດໍາເນີນການຢ່າງລະອຽດ ແລະ ຮັດກຸມ ໂດຍການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງຕ່າງໆ ເພື່ຶອຮັບປະກັນບໍ່ໃຫ້ແຮງງານລາວມີການໂຕນໜີ.


ທ່ານ ລີ ຊັງ ໂຮ ເຈົ້ານະຄອນ ແທແບັກ ກ່າວບາງຕອນວ່າ: ເມືອງແທແບັກ ແຂວງກັງວອນ ປະເທດ ສ.ເກົາຫຼີ ພວກເຮົາແມ່ນເປັນເມືອງທີ່ຜະລິດກະສິກໍາຫຼາຍ ແລະ ພວກເຮົາມີຄວາມພະຍາຍາມສູງ ເພື່ອເຮັດແນວໃດເຮັດໃຫ້ການຜະລິດກະສິກໍາ ມີຄວາມຍືນຢົງ ແລະ ມີຈຸດຢືນ ເຊິ່ງການເຮັດກະສິກໍາຢູ່ໃນເມືອງພວກເຮົາສ່ວນຫຼາຍແມ່ນນໍາໃຊ້ກົນຈັກ ແລະ ເຕັກນິກທີ່ທັນສະໄໝ ເຂົ້າໃນການທໍາການຜະລິດ. ດັ່ງນັ້ນ ມັນຈິ່ງມີຄວາມຈໍາເປັນທີ່ຕ້ອງນໍາໃຊ້ວິຊາການເປັນຈໍານວນຫຼາຍ, ແຕ່ເມືອງພວກເຮົາພັດຂາດແຮງງານດ້ານນີ້. ດັ່ງນັ້ນ ການເຊັນຮ່ວມມືກັບກົມການຈັດຫາງານ ຂອງຝ່າຍລາວມື້ນີ້ ຈະເປັນການຈັດຫາ ແລະ ຈັດສົ່ງແຮງເພື່ອໄປເຮັດວຽກດ້ານດັ່ງກ່າວຢູ່ເມືອງພວກເຮົາ ເຊິ່ງນອກຈາກແຮງງານທີ່ໄປຈະມີລາຍຮັບແລ້ວ ຍັງໄດ້ຄວາມຮູ້ກ່ຽວກັບການນໍາໃຊ້ເຕັກນິກທີ່ທັນສະໄໝເຂົ້າໃນການເຮັດກະສິກໍາອີກດ້ວຍ.