ຕວັກກີ ຈັບກຸມເພີ່ມ 184 ຄົນ ກ່ຽວຂ້ອງກັບອາຄານຫັກພັງ ຈາກແຜ່ນດິນໄຫວ

14

ສຳນັກຂ່າວຣອຍເຕີລາຍງານວ່າ: ທ່ານ ເບເຄຍ ບອຊດັກ ລັດຖະມົນຕີກະຊວງຍຸຕິທຳຂອງຕວັກກີ ເປີດເຜີຍໃນວັນທີ 25 ກຸມພາຜ່ານມາວ່າ ທາງການຕວັກກີໄດ້ຈັບກຸມຜູ້ຖືກຫາເພີ່ມຕື່ມ 184 ຄົນ ທີ່ມີສ່ວນກ່ຽວຂ້ອງກັບອາຄານຫັກພັງຈາກເຫດການແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດໃນຮອບຫຼາຍສິບປີຂອງ ຕວັກກີ ເມື່ອວັນທີ 6 ກຸມພາຜ່ານມາ ໂດຍຂະນະນີ້ ທາງການຕວັກກີ ໄດ້ສືບສວ ນ-ສອບສວນເພີ່ມເຕີມ ຫຼັງຈາກປະກາດອອກຫມາຍຈັບ 113 ຄົນໃນ 2 ອາທິດກ່ອນຫນ້ານີ້.

อาจเป็นรูปภาพของ 7 คน และ กลางแจ้ง

ລັດຖະມົນຕີກະຊວງຍຸຕິທຳຂອງຕວັກກີ ກ່າວວ່າ: ມາຮອດປັດຈຸບັນ ທາງການໄດ້ສືບສວນ – ສອບສວນຜູ້ທີ່ມີສ່ວນກ່ຽວຂ້ອງແລ້ວ 600 ຄົນ, ໃນນັ້ນ 184 ຄົນທີ່ຖືກເຈົ້າໜ້າທີ່ຄວບຄຸມຕົວເປັນຜູ້ຮັບເໝົາກໍ່ສ້າງ 79 ຄົນ, ຜູ້ທີ່ມີສ່ວນກ່ຽວຂ້ອງທາງດ້ານກົດໝາຍຂອງອາຄານ 74 ຄົນ, ເຈົ້າຂອງອາຄານ 13 ຄົນ ແລະ ຜູ້ມີສ່ວນກ່ຽວຂ້ອງອື່ນໆອີກ 18 ຄົນ.

ເຫດການແຜ່ນດິນໄຫວຄັ້ງນີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕວັກກີ ຫຼາຍທີ່ສຸດໃນປະຫວັດສາດ ໂດຍມີອາຄານຫັກພັງລົງມາທັງໝົດ 160.000 ຫຼັງ, ໃນນັ້ນ ເປັນອາພາດເມັ້ນ 520.000 ຫ້ອງ ທີ່ຫັກພັງລົງມາ ຫຼື ໄດ້ຮັບ ຄວາມເສຍຫາຍຢ່າງໜັກໜ່ວງ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง

ຂະນະທີ່ທາງການຕວັກກີ ປະກາດຍອດຜູ້ເສຍຊີວິດທະລຸເຖິງ 50.000 ຄົນແລ້ວ, ສ່ວນປະຊາຊົນອີກ 2 ລ້ານກວ່າຄົນບໍ່ມີທີ່ຢູ່ອາໄສ, ປະຊາຊົນຈຳນວນຫຼວງຫຼາຍຕ້ອງອາໄສຢູ່ໃນເຕັ້ນ, ຕູ້ຄອນເທັນເນີ ຫຼື ສູນພັກຊົ່ວຄາວ ໂດຍທາງການໄດ້ສ້າງເຕັ້ນໃຫ້ຜູ້ໄດ້ຮັບຜົນກະທົບອາໄສຢູ່ຈຳນວນ 335.000 ຫຼັງ ໃນເຂດປະສົບໄພ ແລະ ຕູ້ຄອນເທັນເນີ 130 ແຫ່ງ ແລະ ຍົກຍ້າຍປະຊາຊົນອອກຈາກພື້ນທີ່ໄພພິບັດຫຼາຍ ກວ່າ 530.000 ຄົນ.