ອັດຕາການເກີດໃນ ສ.ເກົາຫຼີ ຫຼຸດລົງຕ່ຳສຸດເປັນປະຫວັດການ

20

ສຳນັກຂ່າວຣອຍເຕີ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດ ສາທາລະນະລັດເກົາຫຼີ ເປີດເຜີຍຕົວເລກສະເລ່ຍຂອງເດັກເກີດໃໝ່ທີ່ຄາດຫວັງຕໍ່ແມ່ຍິງຊາວ ສ.ເກົາຫຼີ ຕະຫຼອດຊີວິດການສືບພັນ ຫຼຸດລົງເຫຼືອພຽງ 0,78 ຄົນ ເມື່ອປີ 2022 ເຊິ່ງຫຼຸດລົງຈາກ 81 ຄົນ ໃນປີ 2021 ເຊິ່ງໄດ້ສ້າງຄວາມກັງວົນໃຫ້ແກ່ລັດຖະບານເປັນຢ່າງຍິ່ງ.

อาจเป็นรูปภาพของ 4 คน และ สถานที่ในร่ม

ທັງນີ້, ສ.ເກົາຫຼີ ມີອັດຕາການຈະເລີນພັນຕ່ຳສຸດ ໃນກຸ່ມປະເທດສະມາຊິກຂອງອົງການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD) ເຊິ່ງມີອັດຕາສ່ວນການມີລູກຢູ່ທີ່ 1,59 ຄົນ ຕໍ່ແມ່ຍິງ 1 ຄົນ ໃນປີ 2020, ສ່ວນສະຫະລັດຕ່ຳກວ່າ 1,64 ຄົນ ແລະ ຍີ່ປຸ່ນ 1,33 ຄົນ ໃນປີດຽວກັນ.

อาจเป็นรูปภาพของ 2 คน

ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ລັດຖະບານ ສາທາລະນະລັດເກົາຫຼີ ບໍ່ສາມາດແກ້ໄຂບັນຫາອັດຕາການເກີດທີ່ຫຼຸດລົງໄດ້ ເຖິງວ່າຈະທຸ່ມງົບປະມານຢ່າງມະຫາສານໃນການສະໜັບສະໜູນການລ້ຽງເດັກໃນແຕ່ລະປີກໍຕາມ. ເຖິງວ່າການແຕ່ງດອງມີ ຄວາມຈຳເປັນສຳລັບການມີລູກ ແຕ່ສະຖິຕິການແຕ່ງດອງໃນ ສ.ເກົາຫຼີ ກໍຫຼຸດລົງເຊັ່ນດຽວກັນ ທ່າມກາງຄ່າໃຊ້ຈ່າຍດ້ານທີ່ຢູ່ອາໄສ ແລະ ການສຶກສາສູງຂຶ້ນ.