ການລົງທຶນຈາກຕ່າງປະເທດໃນຈີນ ເພີ່ມຂຶ້ນເກືອບ 14,5%

19

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ກະຊວງການຄ້າຂອງ ສປ ຈີນ ເປີດເຜີຍຍອດການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ໃນເດືອນມັງກອນ 2023 ບັນລຸ 1,27 ແສນລ້ານຢວນ ເພີ່ມຂຶ້ນ 14,5% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ.

ລາຍງານລະບຸວ່າ: ຂະແໜງການອຸດສາຫະກຳ ເຕັກໂນໂລຊີຂັ້ນສູງ ເພີ່ມຂຶ້ນຢ່າງໄວວາ ເຖິງ 62,8%, ນອກຈາກນີ້ການລົງທຶນຈາກຕ່າງປະເທດທີ່ຫຼັ່ງໄຫຼເຂົ້າມາເຂດພາກກາງຂອງ ຈີນ ໄດ້ຂະຫຍາຍຕົວ 25,9% ເມື່ອທຽບໃສ່ປີຕໍ່ປີ, ຮອງລົງມາແມ່ນພາກຕາເວັນຕົກ ກວມເອົາ 21,6%.