ເລີ່ມໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ

280

ພິທີວາງສີລາລືກ ໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ໄດ້ຈັດຂຶ້ນ ໃນວັນທີ 22 ກຸມພາ ທີ່ບ້ານທ່າຄໍ້ ເມືອງໂຂງແຂວງຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.


ທ່ານ ລາຕີ ສີສຸພັນນະວົງ ຮອງປະທານສະພາຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ກ່າວວ່າ: ໂຄງການນີ້ ແມ່ນໜຶ່ງໃນບັນດາໂຄງການທີ່ນອນຢູ່ໃນແຜນການກໍ່ສ້າງ ແລະ ພັດທະນາໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ ທີ່ໄດ້ເຊັນສັນຍາກັບລັດຖະບານແຫ່ງ ສປປ ລາວ ໃນວັນທີ30 ມິຖຸນາ 2018, ທີ່ຕັ້ງໂຄງການຕັ້ງຢູ່ ເມືອງໂຂງແຂວງຈໍາປາສັກສປປ ລາວ ມີເນື້ອທີ່ສໍາປະທານທັງໝົດ 9.846 ເຮັກຕາ, ແບ່ງອອກເປັນ 11 ເຂດ ແລະ ແບ່ງເປັນ 6 ໄລຍະຂອງການພັດທະນາ.


ສໍາລັບໂຄງການໂຮງແຮມແຄນຄູ່ ແມ່ນຈະເລີ່ມພັດທະນາ ແລະ ກໍ່ສ້າງຢູ່ໃນໄລຍະທີ 1ຊຶ່ງມີທີ່ຕັ້ງຢູ່ ເຂດ A ຂອງໂຄງການ ກໍຄືເຂດບ້ານທ່າຄໍ້ເມືອງໂຂງແຂວງຈໍາປາສັກ ແລະ ໄດ້ກໍານົດທີ່ຕັ້ງໃຫ້ມີໄລຍະຫ່າງຈາກ ນໍ້າຕົກຄອນພະເພັງ 2 ກວ່າກິໂລແມັດ ຕາມທີ່ໄດ້ສັນຍາກັບລັດຖະບານ. ຮູບຊົງຂອງໂຮງແຮມໄດ້ຮັບການອອກແບບທາງສະຖາປັດຕະຍະກໍາໃຫ້ມີຮູບຊົງອັນສວຍງາມ ໂດຍຕົວອາຄານໄດ້ນໍາເອົາຮູບຊົງຂອງແຄນທີ່ເປັນເຄື່ອງດົນຕີພື້ນເມືອງຂອງປະຊາຊົນລາວ ແລະ ຮູບຊົງຂອງກະຕິບເຂົ້າທີ່ເປັນເຄື່ອງໃຊ້ໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນລາວມາແຕ່ບູຮານນະການມາເປັນແຮງບັນດານໃຈໃນການອອກແບບ. ປະເມີນມູນຄ່າການລົງທຶນ 130 ລ້ານໂດລາຊຶ່ງໃນມູນຄ່າດັ່ງກ່າວແມ່ນບໍ່ລວມຄ່າຕົບແຕ່ງ ແລະ ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ ໂດຍມີຫຼາຍກິດຈະການແມ່ນຈະສາມາດເປີດໃຊ້ບໍລິການໄດ້.


ເມື່ອສ້າງສຳເລັດຈະສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2.000ຄົນ/ມື້. ເນື້ອທີ່ສິ່ງປຸກສ້າງທັງໝົດ 366.923 ກວ່າຕາແມັດ ແລະ ປະກອບດ້ວຍ 2 ສ່ວນຄື: ສ່ວນທີ 1 ໂຮງແຮມກະຕິບເຂົ້າ ມີຈໍານວນ 2 ຕຶກ, ຄວາມສູງ 62 ແມັດ ມີ 13 ຊັ້ນ,ສ່ວນທີ 2 ໂຮງແຮມແຄນຄູ່ ມີຈໍານວນ 2 ຕຶກ ຄວາມສູງ 248,98 ແມັດ ມີ 63 ຊັ້ນ. ຕາມແຜນການແມ່ນຈະເລີ່ມຈາກການກໍ່ສ້າງໂຮງແຮມກະຕິບເຂົ້າ ທີ່ມີເນື້ອທີ່ສິ່ງປຸກສ້າງທັງໝົດໃນໄລຍະທໍາອິດ 67.132 ກວ່າຕາແມັດ.


ອີງຕາມວິໄສທັດຂອງແຜນການ ແມ່ນຈະສ້າງໂຮງແຮມແຄນຄູ່ ຈະເປັນເຂດໃຈກາງທາງດ້ານໂຮງແຮມ, ທຸລະກິດ, ການຄ້າ, ວັດທະນະທໍາ ແລະ ຄວາມບັນເທີງ, ອັນຈະກາຍເປັນພູມີທັດໃໝ່ຂອງຕົວເມືອງທີ່ຈະເປັນສັນຍາລັກຂອງເຂດສີ່ພັນດອນ ແລະ ສປປ ລາວ, ບົນພື້ນຖານການປະຕິບັດຕາມແນວຄວາມຄິດການພັດທະນາແບບປະຢັດພະລັງງານ, ເປັນມິດຕໍ່ສິ່ງແວດລ້ອມ, ນໍາໃຊ້ພື້ນທີ່ຢ່າງສົມເຫດສົມຜົນ ແລະ ຕົວເມືອງອັດສະລິຍະຊຶ່ງຈະເປັນໂຮງແຮມ 5 ດາວ ລະດັບສາກົນແບບສະໄໝໃໝ່ທີ່ລວບລວມເອົາ ການພັກຜ່ອນຢ່ອນໃຈ, ທຸລະກິດ, ການຄ້າ, ການປະຊຸມ, ການຊື້ເຄື່ອງ, ຄວາມບັນເທີງ, ການສະແດງ, ໂຮງແຮມຕິດດາວ, ສິ່ງອໍານວຍຄວາມສະດວກດ້ານການບໍລິການແບບຄົບວົງຈອນ ແລະ ອື່ນໆ ເຂົ້າມາລວມຢູ່ໃນໂຄງການດັ່ງກ່າວ. ເປັນການປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນທ້ອງຖິ່ນ ທັງເປັນການພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ ໃຫ້ນັບມື້ມີບາດກ້າວຂະຫຍາຍຕົວຂຶ້ນ.


ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກ່າວວ່າ: ບົນພື້ນຖານ ອັນພົ້ນເດັ່ນ ແລະ ລັກສະນະພິເສດຂອງແຂວງຈຳປາສັກ ຊຶ່ງໄດ້ກໍານົດທິດທາງການພັດທະນາເສດຖະກິດ-ສັງຄົມ ສົກປີ 2021-2025 ໂດຍສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າຕາມຈຸດພິເສດ ແລະ ທ່າແຮງ, ຍູ້ແຮງຂະບວນການຜະລິດ “ຈໍາປາສັກຜະລິດ, ຈໍາປາສັກຊື້, ຈໍາປາສັກໃຊ້, ຈໍາປາສັກຂາຍໃຫ້ພາຍໃນ ແລະ ຕ່າງ ປະເທດ”; ສົ່ງເສີມການຜະລິດກະສິກໍາ ຕິດພັນກັບການສົ່ງເສີມອຸດສາຫະກຳປຸງແຕ່ງ,ສ້າງ, ປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ; ໄປພ້ອມກັບການຜັນຂະຫຍາຍແຜນຈຸດສຸມພັດທະນາເສດຖະກິດ-ສັງຄົມ, ວາລະແຫ່ງຊາດ ແລະ ວາລະຂອງແຂວງ ໂດຍສະເພາະການສົ່ງເສີມພັດທະນາເຂດເສດຖະກິດພິເສດ ໃຫ້ກາຍເປັນຖານການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນຊຶ່ງມາຮອດປັດຈຸບັນ ແຂວງຈຳປາສັກ ໄດ້ຮັບອະນຸຍາດສ້າງຕັ້ງເຂດເສດຖະກິດພິເສດແລ້ວ 4 ເຂດ ແລະ ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງເຂດພັດທະນາ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປລາວ ດ້ວຍມູນຄ່າການລົງທຶນ 1.330 ລ້ານໂດລາ ມີອາຍຸສໍາປະທານ 50 ປີ ແລະ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 ເປັນຕົ້ນມາ.

ຂ່າວ-ພາບ: ທັດຊະນະ