9 ພຶດຕິກໍາຊ່ວຍແກ້ໄຂບັນຫາທ້ອງຜູກ ( ຖ່າຍຍາກ )

92

ຫຼາຍຄົນມັກຈະພົບບັນຫາການຂັບຖ່າຍຍາກ, ສອງສາມມື້ ຈຶ່ງຖ່າຍເທື່ອໜຶ່ງ, ທ້ອງອືດ,ທ້ອງຜູກ ຫຼື ຖ່າຍຍາກ ເປັນອາການທີ່ລໍາໄສ້ບໍ່ສາມາດກໍາຈັດຖ່າຍເທສິ່ງເສດເຫຼືອອອກຈາກທາງເດີນອາຫານໄດ້ຕາມປົກກະຕິ ຈຶ່ງເກີດການຕົກຄ້າງໃນລໍາໄສ້ໃຫຍ່ເປັນເວລາດົນ ເຮັດໃຫ້ການຖ່າຍລໍາບາກ, ຖ່າຍມີລັກສະນະແຂງ, ຈໍານວນຄວາມຖີ່ຂອງການຖ່າຍຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ.

ອາການທ້ອງຜູກເກີດໄດ້ກັບທຸກເພດທຸກໄວຈາກພຶດຕິກໍາການຮັບປະທານອາຫານໃນຊີວິດປະຈໍາວັນ ເພາະປັດຈຸບັນຄົນຈໍານວນຫຼາຍກິນອາຫານປະເພດໝາກໄມ້ໜ້ອຍ ແລະ ມີພຶດຕິກໍາເລືອກກິນອາຫານ ເຮັດໃຫ້ໄດ້ຮັບໄຟເບີ້ບໍ່ພຽງພໍ ແລະ ພຶດຕິກໍາຄວາມຕຶງຄຽດ ພາໃຫ້ເກີດບັນຫາລະບົບຂັບຖ່າຍທີ່ສົ່ງຜົນເສຍຕໍ່ສຸຂະພາບຕາມມາ.
ໃຜທີ່ມີອາການທ້ອງຜູກ ລອງປັບປ່ຽນພຶດຕິກໍາຕາມຄໍາແນະນໍາ ດັ່ງນີ້:

1. ກິນອາຫານເຊົ້າ: ຫຼາຍຄົນບໍ່ມັກກິນອາຫານເຊົ້າ ແຕ່ທ່ານຮູ້ບໍວ່າໃນຕອນເຊົ້າລໍາໄສ້ໃຫຍ່ຈະເຮັດວຽກຫຼາຍທີ່ສຸດ ເພາະອາຫານຈະຊ່ວຍກະຕຸ້ນກະເພາະອາຫານ ແລະ ລໍາໄສ້ໃຫ້ບີບຕົວຈົນຮູ້ສຶກຢາກຖ່າຍ.
2. ດື່ມນໍ້າໃຫ້ຫຼາຍ: ຄວນເລີ່ມຕົ້ນດື່ມນໍ້າຫຼັງຈາກຕື່ນນອນຈະຊ່ວຍໃຫ້ການຂັບຖ່າຍສິ່ງແປກປອມໄດ້ ໂດຍສະເພາະແມ່ນນໍ້າອຸ່ນ ແລະ ນໍ້າຍັງຊ່ວຍໃຫ້ການລໍາລຽງອາຫານໃນລໍາໄສ້ໄດ້ເຮັດວຽກງ່າຍຂຶ້ນ ແລະ ຂັບຖ່າຍງ່າຍຂຶ້ນ.
3. ດື່ມນໍ້າໃຫ້ພຽງພໍ: ຕາມຫຼັກໂພຊະນາການເຮົາຄວນດື່ມນໍ້າມື້ລະ 2 ລິດ ແຕ່ສໍາລັບຜູ້ທີ່ມີອາການທ້ອງຜູກ ຫຼື ຖ່າຍຍາກຄວນດື່ມນໍ້າມື້ລະ 3 ລິດ ເພາະນໍ້າຈະຊ່ວຍໃຫ້ການຂັບຖ່າຍງ່າຍຂຶ້ນ.

4. ກິນຜັກ ແລະ ໝາກໄມ້ເປັນປະຈໍາ ໂດຍສະເພາະໝາກໄມ້ທີ່ສາມາດກິນທັງເປືອກໄດ້ ຄວນຮັບປະທານຫຼາຍໆ ເພາະຈະເຮັດໃຫ້ເຮົາໄດ້ຮັບກາກໃຍອາຫານພຽງພໍຕໍ່ການຂັບຖ່າຍ. ສໍາລັບຜັກ ແລະ ໝາກໄມ້ທີ່ມີເສັ້ນໃຍສູງໄດ້ແກ່: ໝາກກ້ຽງ, ໝາກຫຸ່ງສຸກ, ສະຕໍເບີຣີ, ອາໂວກາໂດ, ຜັກຫົມ, ບັອກໂຄຣີ, ຜັກກວາງຕຸງ ເປັນຕົ້ນ.
5. ຫຼີກລ່ຽງອາຫານປະເພດໄຂມັນ ເພາະໄຂມັນຈະເຮັດໃຫ້ການບີບຕົວຂອງອາຫານ ແລະ ລໍາໄສ້ຫຼຸດລົງ ພາໃຫ້ເກີດອາການທ້ອງຜູກ, ທ້ອງອືດ ແລະ ຖ່າຍຍາກ.
6. ອອກກໍາລັງກາຍສະໝໍ່າສະເໝີ ດ້ວຍການແລ່ນ ຫຼື ຍ່າງ ຢ່າງໜ້ອຍ 30 ນາທີຕໍ່ມື້ ເພື່ອການບໍລິຫານຫົວໃຈ ແລະ ເຮັດໃຫ້ລໍໄສ້ໄດ້ເຄື່ອນໄຫວ.

7. ຢ່າຕຶງຄຽດຫຼາຍເກີນໄປ: ຄວາມຕຶງຄຽດຈະສົ່ງຜົນເສຍຕໍ່ລະບົບພາຍໃນ ເຮັດໃຫ້ກິນບໍ່ແຊບນອນບໍ່ຫຼັບ ເມື່ອບໍ່ມີອາຫານຫຼໍ່ລ້ຽງພຽງພໍ ແລະ ພັກຜ່ອນບໍ່ພຽງພໍ ລໍາໄສ້ກໍຈະເຮັດວຽກໄດ້ໜ້ອຍລົງສົ່ງຜົນໃຫ້ຖ່າຍຍາກ ແລະ ທ້ອງຜູກໄດ້.
8. ບໍ່ຄວນຮີບຮ້ອນໃນການຮັບປະທານອາຫານ ຄວນຫຍໍ້າໃຫ້ລະອຽດ ຫຼື ກິນໝາກຫຸ່ງສຸກ, ໝາກກ້ວຍກ່ອນອາຫານ ແລ້ວດື່ມນໍ້າຕາມ.
9. ບໍ່ຄວນຮີບຮ້ອນ ຫຼື ກັ້ນເວລາຂັບຖ່າຍ ເພາະອາດຈະເຮັດໃຫ້ເກີດລິດສີດວງທະວານໜັກໄດ້.
[ ຂໍ້ມູນຈາກ: Interpharma ]