ຕະຫຼາດເງິນ ແລະ ຕະຫຼາດທຶນ ມີຄວາມແຕກຕ່າງ ແລະ ຄືກັນບໍ່?

204

ຫາກຈະຕັ້ງໂຈດໜຶ່ງຂຶ້ນມາວ່າ: ຕະຫຼາດເງິນ ແລະ ຕະຫຼາດທຶນປຽບເໝືອນໄກ່ ກັບ ໄຂ່ ສັງຄົມຕ້ອງຢາກຮູ້ວ່າຕະຫຼາດເງິນ ແລະ ຕະຫຼາດທຶນ ມີຄວາມແຕກຕ່າງ ແລະ ຄືກັນຢູ່ບໍ? ໃນເວລາຕ້ອງການເລືອກເອົາເງິນໄປລົງທຶນ ເພື່ອໃຫ້ເກີດຜົນຕອບແທນກັບຄືນ. ສໍາລັບໂຈດນີ້ກໍມີຄວາມຄ້າຍຄືກັນ ແລະ ຕ່າງກັນເລັກໜ້ອຍ ເໝືອນກັບໄກ່ ແລະ ໄຂ່ ຖ້າຫາກບໍ່ມີໄກ່ແລ້ວ ຈະເກີດມີໄຂ່ແນວໃດ? ຫຼື ຕ້ອງມີໄຂ່ກ່ອນ ຈຶ່ງເກີດເປັນໂຕໄກ່?. ສະນັ້ນ, ມື້ນີ້ເຮົາມາຟັງຄຳຕອບກ່ຽວກັບຕະຫຼາດເງິນ ແລະ ຕະຫຼາດທຶນໄປພ້ອມໆກັນ.

ຕະຫຼາດເງິນ ( Money Market ): ເປັນໂຄງສ້າງທາງການເງິນທີ່ມີບົດບາດຄືກັນ ແລະ ຕ່າງກັນກັບຕະຫຼາດທຶນດັ່ງນີ້: ຕະຫຼາດເງິນແມ່ນເປັນແຫຼ່ງລະດົມເງິນທຶນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີໄລຍະເວລາໃນການຊໍາລະເງິນຄືນບໍ່ເກີນໜຶ່ງປີ ເຊິ່ງຜູ້ທີ່ມີບົດບາດສໍາຄັນໃນຕະຫຼາດເງິນໄດ້ແກ່: ທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ ທີ່ໃຊ້ເຄື່ອງມືທາງດ້ານການເງິນ ເຊັ່ນ: ການປ່ອຍກູ້, ທຸລະກໍາຄ້າຂາຍຫຼັກຊັບໄລຍະສັ້ນ ແລະ ທຸລະກໍາທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ. ສ່ວນຜົນຕອບແທນຈາກການລົງທຶນໃນຕະຫຼາດເງິນ ແມ່ນຈະຢູ່ໃນຮູບແບບຂອງອັດຕາດອກເບ້ຍທີ່ຄົງທີ່.

ຕະຫຼາດທຶນ ( Capital Market ): ເປັນແຫຼ່ງລະດົມທຶນໄລຍະຍາວຂອງພາກລັດ ແລະ ພາກເອກະຊົນ ດ້ວຍການອອກຈໍາໜ່າຍຫຼັກຊັບໄລຍະຍາວ ເພື່ອຂາຍໃຫ້ແກ່ນັກລົງທຶນ ແລະ ມວນຊົນທົ່ວໄປທັງພາຍໃນ ແລະ ຕ່າງປະເທດ. ສໍາລັບຜູ້ທີ່ມີບົດບາດສໍາຄັນໃນຕະຫຼາດທຶນແມ່ນຕະຫຼາດຮຸ້ນ ແລະ ຕະຫຼາດພັນທະບັດ ເຊິ່ງເປັນບ່ອນແລກປ່ຽນຊື້ – ຂາຍຮຸ້ນ ແລະ ພັນທະບັດ ເຊິ່ງຕະຫຼາດທຶນຈະແບ່ງອອກເປັນ 2 ຂັ້ນ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ.


ໃນນີ້, ຕະຫຼາດຂັ້ນໜຶ່ງ: ແມ່ນເປັນຕະຫຼາດທີ່ ບໍລິສັດ ລະດົມທຶນໂດຍກົງຈາກນັກລົງທຶນ ຫຼື ປະຊາຊົນຄັ້ງທຳອິດ ໂດຍການນຳເອົາຮຸ້ນມາຂາຍໃຫ້ມວນຊົນຄັ້ງທຳອິດ IPO ເຊິ່ງນັກລົງທຶນ ຫຼື ປະຊາຊົນໄດ້ຊື້ຮຸ້ນໂດຍກົງນຳບໍລິສັດ. ໃນການສະເໜີຂາຍຮຸ້ນຄັ້ງທໍາອິດ ໂດຍມີບໍລິສັດທີ່ປຶກສາທາງດ້ານການເງິນ, ທີ່ປຶກສາທາງດ້ານກົດໝາຍ, ຜູ້ກວດສອບພາຍນອກ, ບໍລິສັດກວດສອບບັນຊີ ແລະ ຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນ ເຮັດວຽກຮ່ວມກັນ ພາຍໃຕ້ການຄຸ້ມຄອງ ແລະ ຊີ້ນໍາຈາກສໍານັກຄະນະກໍາມະການຄຸ້ມຄອງຫຼັກຊັບໃນການດໍາເນີນ ແລະ ຕິດຕາມໃນການສະເໜີຂາຮຸ້ນຄັ້ງທໍາອິດ.

ສ່ວນຕະຫຼາດຂັ້ນສອງ ຫຼື ຕະຫຼາດຫຼັກຊັບລາວ: ໝາຍເຖິງຕະຫຼາດທີ່ອໍານວຍຄວາມສະດວກ ແລະ ຮອງຮັບໃຫ້ຜູ້ທີ່ຊື້ໃນຕະຫຼາດຂັ້ນໜຶ່ງ ສາມາດຂາຍຮຸ້ນຂອງຕົນໃຫ້ຜູ້ອື່ນຕໍ່ໄດ້ ເພື່ອປ່ຽນຮຸ້ນໃຫ້ກາຍເປັນເງິນສົດ ປ່ຽນກຳມະສິດການຖືຄອງໃນທາງກົງກັນຂ້າມ; ນັກລົງທຶນທີ່ຕ້ອງການຊື້ຮຸ້ນ ເພື່ອຫວັງຜົນຕອບແທນກໍສາມາດເຂົ້າມາລົງທຶນໃນຕະຫຼາດຫຼັກຊັບລາວໄດ້ ເຊິ່ງເປັນການຊື້ – ຂາຍປ່ຽນມືລະຫວ່າງນັກລົງທຶນດ້ວຍກັນເອງ ຈະບໍ່ໄດ້ເປັນການຊື້ – ຂາຍ ນຳບໍລິສັດທີ່ອອກຈຳໜ່າຍຮຸ້ນອີກຕໍ່ໄປ. ແຕ່ວ່າການທີ່ນັກລົງທຶນຈະຊື້ – ຂາຍປ່ຽນມືກັນໃນຕະຫຼາດຂັ້ນສອງໄດ້ນັ້ນ ບໍລິສັດທີ່ສຳເລັດການອອກຈໍາໜ່າຍຮຸ້ນໃນຕະຫຼາດຂັ້ນໜຶ່ງ ຕ້ອງນໍາເອົາຮຸ້ນຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຂັ້ນສອງສາກ່ອນ ເພື່ອໃຫ້ນັກລົງທຶນສາມາດແລກປ່ຽນຊື້ – ຂາຍ ເພື່ອເກງກໍາໄລ ແລະ ເງິນປັນຜົນ.
[ ໂດຍ: ຕະຫຼາດຫຼັກຊັບລາວ ]