ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂວງຈຳປາສັກ ລົງນາມແຜນການຮ່ວມມືກັນ

133

ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກການຮ່ວມມືທີ່ສອງຝ່າຍໄດ້ລົງນາມ ໃນປີ 2021 ໃຫ້ມີໝາກຜົນເປັນຈິງ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ແຂວງຈຳປາສັກ ລົງນາມແຜນການຮ່ວມມືລະຫວ່າງສອງຝ່າຍ.

ພິທີລົງນາມຈັດຂຶ້ນໃນວັນທີ 16 ກຸມພາ 2023 ທີ່ກະຊວງ ອຄ ຕາງໜ້າກະຊວງ ອຄ ລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ແລະ ຕາງໜ້າແຂວງຈຳປາສັກ ລົງນາມໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈໍາປາສັກ, ມີທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ອຄ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ພ້ອມຄະນະທີ່ໄດ້ຍາດແຍ່ງເວລາເຂົ້າຮ່ວມພິທີເປີດງານວາງສະແດງຜະລິດຕະພັນລາວ ປະຈຳປີ 2023. ພ້ອມດຽວກັນ, ກໍໄດ້ຖືໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີລົງນາມ ໃນແຜນການຮ່ວມມືສອງຝ່າຍລະຫວ່າງ ກະຊວງ ອຄ ແລະ ແຂວງຈຳປາສັກ ເຊິ່ງຈຸດປະສົງຂອງການລົງນາມຮ່ວມໃນແຜນການຮ່ວມມືໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງບົດບັນທຶກການຮ່ວມມືທີ່ສອງຝ່າຍໄດ້ລົງນາມ ໃນປີ 2021 ໃຫ້ມີໝາກຜົນເປັນຈິງ, ຊຶ່ງແຜນການຮ່ວມມືໄດ້ກໍານົດເນື້ອໃນ ໂດຍສະເພາະຂອບເຂດການຮ່ວມມື, ການແບ່ງຄວາມຮັບຜິດຊອບຂອງແຕ່ລະຝ່າຍ, ກຳນົດຈຸດປະສານງານ ແລະ ກົນໄກການປະສານງານ, ກົນໄກການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນ ລວມເຖິງການກໍານົດບັນດາໂຄງການ ແລະ ກິດຈະກຳຮ່ວມມື. ພ້ອມນັ້ນ, ຍັງໄດ້ຮ່ວມກັນຂົນຂວາຍແຫຼ່ງທຶນສະໜັບສະໜູນ ໃຫ້ແກ່ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຢ່າງຈະແຈ້ງ.

ການລົງນາມໃນແຜນການຮ່ວມມື ແມ່ນມີຄວາມໝາຍສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບົດບັນທຶກການຮ່ວມມື ວ່າດ້ວຍການພັດທະນາ, ສົ່ງເສີມວຽກງານອຸດສາຫະກຳປຸງແຕ່ງ ແລະ ການຄ້າ ແຂວງຈຳປາສັກ ລະຫວ່າງ ກະຊວງ ອຄ ແລະ ແຂວງຈຳປາສັກ (ລົງວັນທີ 08 ກຸມພາ 2021) ກໍຄືການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ເວົ້າລວມ, ເວົ້າສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງຈຳປາສັກ ແລະ ແຜນພັດທະນາ 5 ປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ເຂົ້າສູ່ລວງເລິກ ມີຜົນສຳເລັດໃນຕົວຈິງ ປະກອບສ່ວນຢ່າງແທ້ຈິງເຂົ້າໃນການສ້າງສາພັດທະນາເສດຖະກິດຂອງຊາດ ພ້ອມທັງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ໃນນາມຕາງໜ້າກະຊວງ ໄດ້ຮຽກຮ້ອງໃຫ້ບັນດາກົມ, ຂະແໜງການກ່ຽວຂ້ອງ ຈົ່ງພ້ອມຈິດພ້ອມໃຈກັນເອົາໃຈໃສ່ເຊີດຊູຄວາມເປັນເຈົ້າການ ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດ ບັນດາໂຄງການ ແລະ ກິດຈະກຳຮ່ວມຂອງສອງຝ່າຍ ໃນປີ 2023 ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ສັນຕິ