ເພີ່ມຂຶ້ນທຸກປີ ພື້ນທີ່ປູກມັນຕົ້ນຢູ່ໄຊບູລີຮອດ 2022 ມີ 2.450 ເຮັກຕາ

67

ໜໍ່ແໜງການຜະລິດເປັນສິນຄ້າຢູ່ປະເທດເຮົາເລີ່ມຫຼາຍຂຶ້ນຕາມລຳດັບ ໂດຍສະເພາະພືດໄລຍະສັ້ນທີ່ໃຫ້ຜົນຜະລິດໄວປະຊາຊົນຈະນິຍົມກັນປູກຫຼາຍ, ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ການປູກມັນຕົ້ນແມ່ນມາແຮງເປັນພິເສດ ແລະເຫັນວ່າຈຳນວນພື້ນທີ່ຂະຫຍາຍຕົວຕໍ່ເນື່ອງນັບແຕ່ປີ 2019 ເປັນຕົ້ນມາ.

May be an image of outdoors

ຕາມການການລາຍງານຂອງທ່ານ ດວງຕາເສນ ໄຊປັນຍາ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນທ້າຍອາທິດທີ່ຜ່ານມາໃຫ້ຮູ້ວ່າ:  ການປູກມັນຕົ້ນພາຍໃນເມືອງໄຊບູລີເປັນສິນຄ້າ ແມ່ນໄດ້ເລີ່ມມາແຕ່ ປີ 2019  ເຊິ່ງໃນປີທຳອິດນັ້ນທົ່ວເມືອງໄຊບູລີ ໄດ້ທໍາການປູກມັນຕົ້ນທັງໜົດໃນເນື້ອທີ 300 ເຮັກຕາ ມີ 450 ຄອບຄົວ ເຫັນວ່າໄດ້ຜົນຮັບທີ່ຂ້ອນຂ້າງດີ.

May be an image of 1 person, standing, outdoors and tree

ປີ 2020 ເນື້ອທີ່ປູກມັນຕົ້ນໄດ້ເພີ່ມເປັນ 825 ເຮັກຕາ ມີ 920 ຄອບຄົວ ແລະສືບຕໍ່ເພີ່ມເປັນ 1.900 ເຮັກຕາໃນປີ 2021 ມີ 2.350 ຄອບຄົວທີ່ຫັນມາປູກມັນຕົ້ນເປັນສິນຄ້າ.

May be an image of outdoors

ຫຼ້າສຸດມາຮອດປີ 2022 ພື້ນທີ່ປູກມັນຕົ້ນໄດ້ເພີ່ມຂຶ້ນມາເປັນ 2.450 ເຮັກຕາ ມີ 2.720 ຄອບຄົວ, ມາຮອດປະຈຸບັນນີ້ ສາມາດເກັບກ່ຽວຜົນຜະລິດໄດ້ປະມານ 50 % ເທົ່າກັບ 1.225 ເຮັກຕາ ໄດ້ຜົນຜະລິດ 18.385 ໂຕນ(ມັນແຫ້ງ)​ ຄິດເປັນເງິນສະເລ່ຍ 55,12 ຕື້ກີບ.

May be an image of 3 people, tree and outdoors

ໂດຍລວມແລ້ວເຫັນໄດ້ວ່າ ແຕ່ລະປີ ການປູກມັນຕົ້ນຂອງປະຊາຊົນແມ່ນເພີ່ມຂື້ນເທົ່າຕົວ ດ້ານການຊຸກຍູ້ສົ່ງເສີມຈາກພາກລັດ ຄະນະພັກ-ຄະນະນໍາເມືອງ ໄດ້ມີການ ຊຸກຍູ້ສົ່ງເສີມການສ້າງຕັ້ງກຸ່ມ ປະຈຸບັນໄດ້ມີກຸ່ມປູກທັງໝົດ 7 ກຸ່ມ, ກຸ່ມເກັບຊື້ 1 ກຸ່ມ, ຄວບຄູ່ກັບຄວາມຫ້າວຫັນເຮັດການຜະລິດຢ່າງເປັນຂະບວນຂອງປະຊາຊົນຜູ້ຜະລິດແລ້ວ ຍັງຊຸກຍູ້ໃຫ້ຜູ້ປະກອບການສະໜອງທຶນເຂົ້າໃນການຜະລິດເຮັກຕາໜຶ່ງ 5.000.000 ກີບ ເປັນເງິນທັງໝົດ 653,5 ລ້ານກີບ.

May be an image of road

ນອກຈາກນີ້ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ຍັງໄດ້ ແຕ່ງຕັ້ງພະນັກງານວິຊາການຈາກຫ້ອງການກະສິກໍາ-ປ່າໄມ້ ລົງຊຸກຍູ້ ສົ່ງເສີມ ແລະ​ ແນະນໍາທາງດ້ານເຕັກນິກການປູກ, ການ ດູແລຮັກສາ ເພື່ອໃຫ້ໄດ້ຮັບຜົນຜະລິດທີ່ສູງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນເປັນກ້າວໆ

May be an image of 2 people and outdoors