ຕວັກກີ ຄາດຄວາມເສຍຫາຍຈາກແຜ່ນດິນໄຫວບໍ່ຕ່ຳກວ່າ 84 ຕື້ກວ່າໂດລາ

23

ສຳນັກຂ່າວ Al Jazeera ລາຍງານໃນວັນທີ 13 ກຸມພາຜ່ານມາວ່າ: ສະມາຄົມທຸລະກິດຂອງຕວັກກີ ( Turkish Enterprise and Business Confederation ) ປະເມີນວ່າ ມູນຄ່າຄວາມເສຍຫາຍຈາກເຫດແຜ່ນດິນໄຫວສູງເຖິງ 84.100 ລ້ານໂດລາສະຫະລັດ, ໃນນັ້ນຄ່າໃຊ້ຈ່າຍໃນການກໍ່ສ້າງ ແລະ ສ້ອມແປງອາຄານທີ່ຢູ່ອາໄສ ປະມານ 70.800 ລ້ານໂດລາ, ການສູນເສຍລາຍໄດ້ປະຊາຊາດ ( national income ) 10.400 ລ້ານໂດລາ

อาจเป็นรูปภาพของ 1 คน และ กลางแจ้ง

ແລະ ການສູນເສຍວັນເຮັດວຽກມູນຄ່າປະມານ 2.900 ລ້ານໂດລາ ໂດຍຄ່າໃຊ້ຈ່າຍຫຼັກແມ່ນການກໍ່ສ້າງອາຄານທີ່ຢູ່ອາໄສ, ສາຍສົ່ງໄຟຟ້າ, ໂຄງສ້າງພື້ນຖານ ແລະ ການຈັດຫາທີ່ພັກໄລຍະສັ້ນ, ກາງ ແລະ ໄລຍະຍາວໃຫ້ຜູ້ປະສົບໄພຈຳນວນຫຼາຍແສນຄົນທີ່ບໍ່ມີທີ່ຢູ່ອາໄສ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ ถนน

ໃນຂະນະທີ່ຜູ້ນຳຕວັກກີ ເປີດເຜີຍວ່າ: ລັດຖະບານຕວັກກີ ຈະກໍ່ສ້າງທີ່ຢູ່ອາໄສຂຶ້ນມາໃໝ່ໃຫ້ສຳເລັດພາຍໃນ 1 ປີ ແລະ ກຽມທຸກຢ່າງເພື່ອໃຫ້ສະຖານະການກັບຄືນສູ່ສະພາບປົກກະຕິ. ໃນຂະນະທີ່ເຢຍລະມັນ ປະກາດຈະໃຫ້ທີ່ພັກອາໄສແກ່ຜູ້ປະສົບໄພ ທັງຊາວຕວັກກີ ແລະ ຊີເຣຍ ຖ້າຫາກມີເງື່ອນໄຂເດີນທາງເຂົ້າເຢຍລະມັນ.