ເລີ່ມແລ້ວ! ງານຕະຫຼາດນັດບຸນຊ້າງໄຊຍະບູລີ ໃຜຈະໄປທ່ຽວເລີ່ມກະເປົາໄດ້ແລ້ວ

43

ງານວາງສະແດງສິນຄ້າເປັນການອຸ່ນເຄື່ອງຕ້ອນຮັບມະຫະກຳບຸນຊ້າງທີ່ແຂວງໄຊຍະບູລີ ເປັນໂອກາດໃນການວາງສະແດງຂາຍສິນຄ້າຂອງພໍ່ແມ່ປະຊາຊົນຊາວຄ້າຂາຍພາຍໃນແຂວງ ແລະທ້ອງຖິ່ນຕ່າງໆ ກ່ອນຈະຮອດມື້ງານຂອງບຸນຊ້າງຢ່າງເປັນທາງການ.

May be an image of 5 people and outdoors
ພິທີເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2023 ນີ້ຢູ່ທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາທ່ານ ການນຳຂອງແຂວງ, ຂອງເມືອງ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງບ້ານ ພາຍໃນເທດສະບານເຂົ້າຮ່ວມ.

May be an image of 15 people and people standing
ໃນພິທີ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງສີນຄ້າໃນຄັ້ງນີ້ ເປັນການສ້າງຂະບວນການເພື່ອປະກອບສ່ວນໃນກິດຈະກຳໜຶ່ງຂອງງານມະຫະກຳບຸນຊ້າງທີ່ໄດ້ຈັດຂຶ້ນ, ເປັນການສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖີ່ນທັງພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດການພົບປະ ແລກປ່ຽນບົດຮຽນການຊື້-ຂາຍສີນຄ້າຂອງຕົນ ທີ່ຜະລີດອອກມາ.

May be an image of 3 people

ພ້ອມກັນນັ້ນກໍ່ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ໃນຂະບວນການຜະລີດສີນຄ້າຂອງຕົນເອງ ໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ. ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆ ໄດ້ໂຄສະນາ ແນະນຳສີນຄ້າທີ່ຕົນເອງໄດ້ຜະລິດຂຶ້ນມາໃຫ້ສັງຄົມ ກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນເອງຢ່າງກວ້າງຂວາງ.

May be an image of 13 people

ການຈັດງານໃນຄັ້ງນີ້ ໄດ້ມີຮ້ານວາງສະແດງສີນຄ້າ ເຂົ້າຮ່ວມຈຳນວນທັງໝົດ 289 ຮ້ານ, ເຊີ່ງມີມູນຄ່າສີນຄ້າປະມານ 8 ກວ່າຕື້ກີບ, ໃນນີ້ມາຈາກພາຍໃນຈໍານວນ 180 ຮ້ານ ແລະ ຕ່າງປະເທດ 89 ຮ້ານ, ພະແນກການຂອງແຂວງ 5 ຮ້ານ ແລະ ມາຈາກຕ່າງແຂວງ 4 ຮ້ານ.