ເຂດປົກຄອງຕົນເອງມົງໂກລີໃນ ເລັ່ງສ້າງເສົາສາກລົດໄຟຟ້າ

15

ສຳນັກຂ່າວ ຊິນຫົວລາຍງານວ່າ: ໜ່ວຍງານທ້ອງຖິ່ນເຂດປົກຄອງຕົນເອງມົງໂກລີໃນ ທາງພາກເໜືອຂອງ ຈີນ ເປີດເຜີຍວ່າ ແຜນການສ້າງເສົາສາກລົດໄຟຟ້າພະລັງງານໃໝ່ ( NEV ) ໃນປີ 2023 ເພີ່ມຂຶ້ນຕື່ມ 8.000 ຕົ້ນ, ຕາມແຜນພັດທະນາເສດຖະກິດ – ສັງຄົມ ໃນໄລຍະ 5 ປີ ( 2021 – 2025 ).

ไม่มีคำอธิบายรูปภาพ

ສຳລັບແຜນການເລັ່ງກໍ່ສ້າງພື້ນຖານໂຄງລ່າງ ສຳລັບການສາກລົດໄຟຟ້າພະລັງງານໃໝ່ທີ່ລະບຸໄວ້ໃນແຜນພັດທະນາເສດຖະກິດ – ສັງຄົມຂອງເຂດປົກຄອງຕົນເອງມົງໂກລີໃນ ວ່າ: ເຂດມົງໂກລີໃນ ຈະສືບຕໍ່ສົ່ງເສີມການກໍ່ສ້າງພື້ນຖານໂຄງລ່າງ ສຳລັບການສາກລົດພະລັງງານໃໝ່ໃນເມືອງຕ່າງໆ.

อาจเป็นรูปภาพของ รถยนต์ และ กลางแจ้ง

ປັດຈຸບັນເຂດມົງໂກລີໃນ ໄດ້ສ້າງ ແລະ ເປີດໃຊ້ງານເສົາສາກລົດພະລັງງານໃໝ່ສາທາລະນະ ໃນພື້ນທີ່ຕ່າງໆຫຼາຍກວ່າ 8.200 ຕົ້ນ. ໃນຂະນະດຽວກັນກໍມີຍານພາຫະນະພະລັງງານໃໝ່ ປະມານ 56.000 ຄັນ ໄລ່ເຖິງທ້າຍປີ 2022.