ຜູ້ນຳຕວັກກີ ລົງກວດສອບພື້ນທີ່ປະສົບໄພ ພ້ອມຢ້ຳໃຊ້ເວລາຟື້ນຟູ 1 ປີ

37

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 9 ກຸມພາ 2023 ວ່າ: ທ່ານ ເຣເຊັບ ເທຢິບ ເອີໂດກັນ ປະທານາທິບໍດີຕວັກກີ ໄດ້ລົງພື້ນທີ່ໃນເມືອງຄາຣາມັນມາຣາສ ທາງພາກໃຕ້ຂອງປະເທດ ເຊິ່ງເປັນໜຶ່ງໃນພື້ນທີ່ ທີ່ໄດ້ຮັບ ຄວາມເສຍຫາຍຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວ, ພ້ອມຢ້ຳວ່າ ຈະໃຊ້ເວລາປະມານ 1 ປີ ເພື່ອຟື້ນຟູພື້ນທີ່ປະສົບໄພໃຫ້ກັບສູ່ສະພາບປົກກະຕິ, ຂະນະທີ່ຍອດຜູ້ເສຍຊີວິດໃນຕວັກກີ ແລະ ຊີເຣຍ ເພີ່ມເປັນ 15 ພັນກວ່າຄົນແລ້ວ ໂດຍໃນ ຕວັກກີ ມີຜູ້ເສຍຊີວິດ 12.391 ຄົນ ແລະ ບາດເຈັບຫຼາຍກວ່າ 62 ພັນຄົນ, ໃນຂະນະທີ່ຢູ່ ຊີເຣຍ ມີຜູ້ເສຍຊີວິດ 2.992 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 4.000 ກວ່າຄົນ, ເຮັດໃຫ້ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຄັ້ງນີ້ ເພີ່ມເປັນ 15.383 ຄົນ.

ຜູ້ນຳຕວັກກີ ຍອມຮັບວ່າ: ການກູ້ໄພ ແລະ ການຊ່ວຍເຫຼືອຜູ້ປະສົບໄພໃນໄລຍະທຳອິດຫຼ້າຊ້າ ແຕ່ກໍໄດ້ຮັບການແກ້ໄຂແລ້ວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງຟື້ນຟູພື້ນທີ່ປະສົບໄພໃຫ້ສຳເລັດພາຍໃນໄລຍະເວລາ 1 ປີ, ພ້ອມທັງເລັ່ງຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບໂດຍໄວ ເຊິ່ງຄາດວ່າຈະມີຜູ້ທີ່ໄດ້ຮັບຜົນກະທົບ ປະມານ 13,5 ລ້ານຄົນ ຈາກເຫດການແຜ່ນດິນໄຫວຄັ້ງນີ້.

ລາຍງານຂ່າວລະບຸວ່າ: ການສົ່ງມອບຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພໃນ ຊີເຣຍ ລຳບາກກວ່າ ຕວັກກີ ເນື່ອງຈາກວ່າ ຊີເຣຍ ຢູ່ໃນພາວະສົງຄາມກາງເມືອງມາເປັນເວລາກວ່າ 10 ປີແລ້ວ. ຂະນະທີ່ສະຫະພາບເອີຣົບ ຈະຈັດກອງປະຊຸມວາລະພິເສດໃນໄວໆນີ້ ເພື່ອລະດົມການຊ່ວຍເຫຼືອໃຫ້ແກ່ທັງ ຕວັກກີ ແລະ ຊີເຣຍ.