ປະກາດແຕ່ງຕັ້ງ ຮອງເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່

139

ວັນທີ 8 ກຸມພາ 2023 ຜ່ານມານີ້ທີ່ສະໂມສອນໃຫຍ່ ນະຄອນ ຫຼວງພະບາງໄດ້ມີພິທີປະກາດແຕ່ງຕັ້ງ ຮອງເຈົ້ານະຄອນຫຼວງພະບາງ ຜູ້ໃໝ່  ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີການນໍາຂອງແຂວງ-ນະຄອນ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະອົງການປົກຄອງບ້ານ ພາຍໃນແທດສະບານນະຄອນ ຫຼວງພະບາງ ເຂົ້າຮ່ວມ.

May be an image of 2 people, people sitting, people standing and indoor

ພິທີ ໄດ້ມີການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງ ທ່ານ ສະເຫວີຍ ສີລາວັນ ຫົວໜ້າຫ້ອງການມໍລະດົກໂລກ ແຂວງຫຼວງພະບາງ ເປັນຮອງເຈົ້ານະຄອນ ຫຼວງພະບາງ. ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ໄດ້ເປັນກຽດມອບ ຂໍ້ຕົກລົງຂອງເຈົ້າແຂວງຫຼວງພະບາງ ໃຫ້ແກ່ ທ່ານ ສະເຫວີຍ ສີລາວັນ ຢ່າງເປັນທາງການ ພ້ອມທັງມີຄໍາເຫັນໂອ້ລົມຕໍ່ພິທີ ວ່າ ການຍົກຍ້າຍ ແລະການແຕ່ງຕັ້ງ ຕາມການມອບໝາຍໜ້າທີໃໝ່ ແມ່ນ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ທີ່ສໍາຄັນຜູ້ທີ່ໄດ້ຮັບໜ້າທີໃໝ່ ຕ້ອງໄດ້ເອົາໃຈໃສ່ຕາມການແບ່ງຄວາມຮັບຜິດຊອບ ເພື່ອການປັບປຸງກໍ່ສ້າງການເມືອງຢູ່ຮາກຖານບ້ານ ແລະນໍາພາ-ຊີ້ນໍາ ດ້ານທາດສະແນວຄິດ ຄວາມຮັບຮູ້, ຄວາມເຂົ້າໃຈ ຮ່ວມທຸກ ຮ່ວມສຸກ ນໍາປະຊາຊົນບັນດາເຜົ່າ ເພື່ອປະກອບສ່ວນການພັດທະນາ ນະຄອນ ຫຼວງພະບາງ ໃຫ້ເປັນນະຄອນທັນສະໄໝ.

May be an image of 10 people and people standing

ພ້ອມນັ້ນ ທ່ານໄດ້ເນັ້ນໃຫ້ອົງການປົກຄອງບ້ານພາຍໃນເທດສະບານ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານສິ່ງເສບຕິດ ຢ່າງເປັນເຈົ້າການຢູ່ໃນຂັ້ນຄອບຄົວ, ຂັ້ນບ້ານ ໃຫ້ຫຼຸດນ້ອຍຖອຍລົງ ພ້ອມທັງຮັກສາມໍລະດົກໂລກ ແລະສ້າງໃຫ້ປະຊາຊົນມີວຽກເຮັດງານທໍາ ເປັນຕົ້ນ ການຜະລິດເປັນສິນຄ້າທີ່ມີລາຍໄດ້, ມີສີມືແຮງງານ, ຮັກສາໄດ້ວັດທະນາທໍາ ແລະຮີດຄອງປະເພນີອັນດີງາມທີ່ເປັນເອກະລັກໃຫ້ຍືນຍົງ.

May be an image of 10 people and people standing