ເດືອນມັງກອນ 2023 ຫວຽດນາມ ດຶງດູດການລົງທຶນຈາກຕ່າງປະເທດ 1,2 ຕື້ໂດລາ

45

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມເປີດເຜີຍວ່າ ໃນເດືອນມັງກອນ 2023 ຫວຽດນາມໄດ້ອະນຸມັດການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) 153 ໂຄງການ ດ້ວຍຍອດທຶນຈົດທະບຽນ 1,2 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 48,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແຕ່ຈຳນວນໂຄງການເພີ່ມຂຶ້ນ 3 ເທົ່າ.

อาจเป็นรูปภาพของ 4 คน และ สถานที่ในร่ม

ລາຍງານລະບຸວ່າ: ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າໃນ 17 ຂະແໜງການ, ໃນຈຳນວນ 21 ຂະແໜງເສດຖະກິດ. ໃນນັ້ນຫຼາຍກວ່າໝູ່ແມ່ນອຸດສາຫະກຳປຸງແຕ່ງ, ການຜະລິດ ດ້ວຍເງິນລົງທຶນບັນລຸເກືອບ 719 ລ້ານໂດລາສະຫະລັດ ກວມເອົາກວ່າ 64%, ທຶນ FDI ທີ່ຈົດທະບຽນໃໝ່ໃນທົ່ວປະເທດ ສ່ວນ  ໃຫຍ່ແມ່ນຢູ່ແຂວງບັກຢາງ ດ້ວຍເງິນລົງທຶນເກືອບ 796 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 12 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຮອງລົງມາແມ່ນນະຄອນໂຮ່ຈິມິນ, ດົ່ງນາຍ, ບັກນິງ, ບ່າເຣີຍ – ວູງເຕົ່າ ຕາມລຳດັບ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม