ແກ້ວວຽງເພັດ ກັບມາຊ່ວຍ ເອສະຣາ ເພື່ອຕອບບຸນແທນຄຸນທີ່ສ້າງຕົວເອງຈົນປະສົບຜົນສໍາເລັດ

44

ເມື່ອເວົ້າເຖິງນັກເຕະທີ່ປະສົບຜົນສໍາເລັດສູງອີກຄົນໜຶ່ງໃນວົງການບານເຕະລາວ ຫຼາຍຄົນກໍຄິດເຖິງ ແກ້ວວຽງເພັດ ລິດທິດເດດ ກອງກາງອະດີດທີມຊາດລາວ ທີ່ຟອມໂດດເດັ່ນ ແລະ ມີຊື່ສຽງໃນບານເຕະລາວລີກ ແຕ່ຈຸດເລີ່ມຕົ້ນຂອງລາວແມ່ນເປັນເດັກປັ້ນຂອງ ເອສະຣາ ເອັຟຊີ ແລະ ປັດຈຸບັນອາຍຸກໍເລີ່ມຫຼາຍແລ້ວ ຈິ່ງຕັດສິນໃຈກັບມາຊ່ວຍຕົ້ນສັງກັດເກົ່າລຸຍ ເປບຊີ ລາວລີກ 1 ລະດູການ 2023.

ກ່ອນໜ້ານີ້ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ 7 ເອັຟຊີ ເປີດເຜີຍວ່າ: ມາສເຕີ 7 ເອັຟຊີ ໄດ້ປ່ອຍໃຫ້ ແກ້ວວຽງເພັດ ກັບໄປຮັບໃຊ້ ເອສະຣາ ເອັຟຊີ ສະໂມສອນຄູ່ແຂ່ງໃນ ເປບຊີ ລາວລີກ 1 ລະດູການ 2023 ເນື່ອງຈາກ ແກ້ວວຽງເພັດ ຂໍໄປເຕະໃຊ້ໜີ້ ຫຼື ຕອບບຸນແທນຄຸນສະໂມສອນທີ່ປັ້ນຕົວເອງມາຈົນເຖິງປັດຈຸບັນ.

ຫຼ້າສຸດ ແກ້ວວຽງເພັດ ໄດ້ເປີດເຜີຍຕໍ່ທີມຂ່າວພວກເຮົາ ວ່າ: ເຫດຜົນທີ່ກັບ ມາຫຼິ້ນກັບ ເອສະຣາ ກະບໍ່ມີຍັງຫຼາຍ ເນື່ອງຈາກວ່າເປັນເດັກສ້າງເດັກປັ້ນມາແຕ່ເຍົາວະຊົນ ລຸ້ນບຸກເບີກ ແລະ ເອສະຣາ ກໍເປັນສະໂມສອນທີ່ມອບໂອກາດ ແລະ ຊ່ວຍເຫຼືອເບິ່ງແຍງມາໂດຍຕະຫຼອດ ຈົນປະສົບຜົນສຳເລັດ ແລະ ກ້າວມາເປັນນັກເຕະທີມຊາດ ກໍເລີຍຢາກມາຊ່ວຍເພິ່ນຈັກ 1-2 ລະດູການ ເພາະໃນຊວງອາຍຸອານາມນີ້ກໍຫຼາຍແນ່ແລ້ວ ແນ່ນອນເປົ້າໝາຍກັບ ເອສະຣາ ກະຢາກເປັນແຊ້ມ.