ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາຄົນໃໝ່ ເຂົ້າຮັບໜ້າທີ່ເປັນທາງການ

340

ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະການມອບໝາຍຂອງປະເທດຊາດ, ວັນທີ 3 ກຸມພາ 2023 ຢູ່ທີ່ສະໂມສອນແຂວງຫລວງນໍ້າທາ, ໄດ້ຈັດພິທີມອບ-ຮັບໜ້າທີ່ເຈົ້າແຂວງໆຫຼວງນໍ້າທາຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນ, ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 4 people, people standing and indoor
ທ່ານ ທອງຈັນ ໂຂງພຸມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ຜ່ານຄຳສັ່ງຂອງກົມການເມືອງ ເລກທີ 06 /ກມສພ ລົງວັນທີ່ 26 ມັງກອນ 2023ວ່າດ້ວຍການຍົກຍ້າຍພະນັກງານ ການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ່281/ຄລສພ ລົງວັນທີ່ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງກຳມະການຄະນະພັກ, ຄະນະປະຈຳພັກແຂວງຫຼວງນ້ຳທາ,ມະຕິຕົກລົງຂອງກົມການເມືອງ ເລກທີ່06/ກມສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງ ຕັ້ງເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້ທາ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ16/ຄຈສພ ລົງວັນທີ 30 ມັງກອນ 2023 ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່.

May be an image of 11 people and people standing
ຈາກນັ້ນທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆຫຼວງນ້ຳທາຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນຳໆພາ ວຽກງານຮອບດ້ານໄລຍະ 2 ປີຜ່ານມາວ່າ: ການຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ ໄດ້ນຳພາເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ແລະ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະ ນາເສດຖະກິດ – ສັງຄົມຂອງແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ລະບຽບ,ກົດໝາຍ ແລະ ເອກະ ສານສຳຄັນຕ່າໆ, ເຮັດໃຫ້ແຂວງຫຼວງນ້ຳທາໃນປີ 2022 ການຂະຫຍາຍຕົວທາງເສດຖະກິດສະເລ່ຍເກືອບ 5%, ລາຍຮັບຕໍ່ຫົວຄົນໄດ້ 18,2 ລ້ານ ກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າ 1.219 ໂດລາສະຫະລັດ ຖ້າທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 2,1 ລ້ານກີບ.

May be an image of 2 people, people standing and indoor
ໂອກາດດຽວກັນກໍ່ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ຄຳໄຫຼ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງ,ເຈົ້າແຂວງໆຫຼວງນໍ້າທາຜູ່ເກົ່າ ແລະ ທ່ານ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາຜູ້ໃໝ່ ໂດຍຊ້ອງໜ້າແຂກທີ່ເຂົ້າຮ່ວມ.

May be an image of 2 people, people standing and flower
ໂອກາດດັ່ງກ່າວທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍ່ໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳວຽກງານພາຍໃນແຂວງຫຼວງນ້ຳທາກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ອົງການປົກຄອງແຂວງຫຼວງນໍ້າທາຍາດມາໄດ້ໄລຍະ2ປີຜ່ານມາ ແລະໃຫ້ທິດຊີ້ນຳແກ່ເລຂາຄະນະພັກພັກແຂວງຜູ້ໃໝ່ພ້ອມດ້ວຍຄະນະ ຈົ່ງເພີ່ມທະວີການເປັນຄັນທຸງຮັກສາຜູກແໜ້ນຄວາມສາມັກຄີພາຍໃນຄະນະບໍລິຫານງານພັກ, ປະຕິບັດຖືກຕ້ອງຄົບຖ້ວນຕາມຫລັກການນຳພາຂອງພັກ, ມີຄວາມເປັນເອກະພາບໃນການຕັດສີນບັນຫາ, ພ້ອມກັນເປັນຫົວຈັກຫລັກແຫລງເປັນແບບຢ່າງໃນການນຳພາ, ແບບແຜນດຳ ລົງຊີວິດປອດໃສ ມີຈັນຍາບັນ-ຈັນຍາທຳ, ເດັດດ່ຽວຕ້ານແນວຄິດໃນຕົວ-ຕ້ອງເຂັ້ມງວດຕໍ່ຕົນເອງ ແລະ ປັບປຸງຕົນເອງໃຫ້ຮອບດ້ານ.

May be an image of 1 person and standing