ເຕັກນິກການບໍລິຫານເງິນທີ່ມີຢູ່ໃຫ້ສາມາດກຸ້ມໄດ້ຮອດທ້າຍເດືອນ

98

ບໍ່ວ່າເຮົາຈະເປັນມະນຸດເງິນເດືອນ ຫຼື ເຮັດວຽກອິດສະຫຼະ ກໍລ້ວນແຕ່ປະສົບບັນຫາເລື່ອງເງິນບໍ່ພໍຈ່າຍຈົນຮອດທ້າຍເດືອນເກືອບຢາກວ່າເປັນຄືກັນໝົດທຸກຄົນ. ສໍາລັບວິທີແກ້ສະເພາະໜ້າ ແມ່ນຈະຫາວິທີກູ້ ຫຼື ຢືມລ່ວງໜ້າມາກ່ອນ ເພື່ອປະຄອງຊີວິດໃຫ້ຢູ່ລອດຕາມຄວາມສາມາດໃຜລາວ.
ພົບກັນມື້ນີ້, ຄໍລຳການ ເງິນ – ການລົງທຶນ ຈະມານຳສະເໜີເຕັກນິກການບໍລິຫານເງິນທີ່ມີຢູ່ໃຫ້ສາມາດຢູ່ໄດ້ຮອດທ້າຍເດືອນ ແລະ ບໍ່ເປັນໜີ້ ຖ້າທ່ານວ່າສາມາດປະຕິບັດໄດ້ຢ່າງສະໝ່ຳສະເໝີ ຈະມີເງິນອອມຫຼາຍຂຶ້ນທັນທີ, ມາເບິ່ງ 5 ວິທີໃນການປະຕິບັດດັ່ງລຸ່ມນີ້.


1. ຮູ້ຈັກຜ່ອນຊຳລະ: ເມື່ອເຮົາເປັນໜີ້ ກໍຕ້ອງຮູ້ຈັກບໍລິຫານຈັດການໃຫ້ຢູ່ ເພື່ອຈະໄດ້ມີເງິນພໍໃຊ້ຮອດທ້າຍເດືອນ ແຕ່ຕ້ອງປະຕິບັດຢ່າງສະໝໍ່າສະເໝີກັບການຊຳລະຕົ້ນທຶນ ແລະ ດອກເບ້ຍໃນວັນທີ່ກຳນົດ. ຄຽງຄູ່ກັນນັ້ນ, ຢ່າລືມເບິ່ງລາຍຈ່າຍປະຈໍາວ່າມີຫຍັງແດ່? ຕົກເປັນເງິນເທົ່າໃດ? ແລ້ວຈະເອົາເງິນບ້ວງໃດມາຈ່າຍ ຫຼື ຖ້າບໍ່ມີຈະເຮັດແນວໃດ? ອັນນີ້ແມ່ນວຽກບ້ານທີ່ຕ້ອງໄດ້ພິຈາລະນາໃຫ້ຖີ່ຖ້ວນ.
2. ປ່ຽນພຶດຕິກຳການໃຊ້ເງິນ: ການປ່ຽນນິດໄສການໃຊ້ເງິນ ເປັນເລື່ອງຍາກຫຼາຍສຳລັບພວກເຮົາທຸກຄົນ, ແຕ່ຖ້າຮູ້ຈັກຫຼຸດລາຍຈ່າຍທີ່ບໍ່ຈໍາເປັນອອກໄປ ກໍຈະເປັນການເລີ່ມຕົ້ນທີ່ດີ, ມັນອາດຈະຍາກແດ່ໃນໄລຍະທຳອິດ ແຕ່ເມື່ອເຮັດເປັນປະຈໍາ, ຄວາມເຄີຍຊິນເຫຼົ່ານີ້ຈະເຮັດໃຫ້ເຮົາສາມາດຄວບຄຸມລາຍຈ່າຍໄດ້ໃນລະດັບໜຶ່ງ.
3. ວາງແຜນການເງິນ: ຫາກເຮົາຍັງມີໜີ້ທີ່ຕ້ອງຈ່າຍໃນແຕ່ລະເດືອນ ກໍຕ້ອງພະຍາຍາມໃຫ້ຊຳລະໜີ້ໃຫ້ໝົດ, ແລ້ວຫັນມາວາງແຜນການເງິນຂອງຕົນ ວ່າຈະເຮັດແນວໃດດີ? ແມ່ນຢູ່ວ່າເງິນເດືອນ ຫຼື ລາຍຮັບໜ້ອຍ, ແຕ່ຖ້າຫາກເຮົາມີວິໄນການເງິນ ຫຼື ມີການວາງແຜນມາດີ ກໍຍ່ອມບໍລິຫານ – ຈັດການໃຫ້ສາມາດກຸ້ມຢູ່ກຸ້ມກິນໄດ້ໃນແຕ່ລະເດືອນ ເພາະການວາງແຜນການເງິນຈະມີຜົນໂດຍກົງຕໍ່ພຶດຕິກຳຕົວຈິງຂອງເຮົາ ແລະ ເງິນໃນກະເປົ໋າ.


4. ບັນທຶກລາຍຮັບ – ລາຍຈ່າຍ: ບາງຄັ້ງເງິນທີ່ເຮົາໄດ້ມາ ກັບ ເງິນທີ່ເຮົາຈ່າຍໄປມັນອາດບໍ່ສົມດຸນກັນ ແຕ່ເຮົາຈະຮູ້ໄດ້ແນວໃດວ່າເຮົາໃຊ້ – ຈ່າຍໄປກັບຫຍັງແດ່? ເຊິ່ງວິທີພື້ນຖານກໍແມ່ນການຈົດກ່າຍເພື່ອປ້ອງກັນການຫຼົງລືມ; ແມ່ນຢູ່ວ່າເງິນພຽງ 2 – 3 ພັນກີບ ເປັນເງິນທອນເລັກໜ້ອຍອາດຈະບໍ່ໃສ່ໃຈປານໃດ?, ແຕ່ຫາກລວມກັນເປັນຈຳນວນຫຼາຍ ຫຼື ເຮົາຢອດໃສ່ກະປຸກອອມສິນເລື້ອຍໆກໍກາຍເປັນເງິນກ້ອນໃຫຍ່ໄດ້ເຊັ່ນກັນ.
ທັງນີ້, ບັນດາວິທີການທີ່ກ່າວມານີ້ ຄືການບໍລິຫານຈັດການໜີ້ທີ່ເຮົາສາມາດເຮັດໄດ້ ພຽງແຕ່ມີວິໄນຂອງຕົນເອງພໍສົມຄວນ ເພື່ອເຮັດໃຫ້ມີເງິນພຽງພໍໃນການຊຳລະໜີ້, ມີໄວ້ຈ່າຍ ຫຼື ເກັບອອມ ໂດຍບໍ່ຕ້ອງເດືອດຮ້ອນໃຜ.