ການປູກ ກາຣົດ ຫຼື ແຄຣັອດ

50

ກາຣົດ ແມ່ນໃຊ້ສ່ວນຫົວເພື່ອຮັບປະທານ ເຊິ່ງມີຫຼາຍຂະໜາດໃຫຍ່ – ນ້ອຍແຕກ ຕ່າງກັນ ແລະ ມີຫຼາກຫຼາຍສີເຊັ່ນ: ສີເຫຼືອງ, ສີສົ້ມ ແຕ່ທີ່ນິຍົມປູກຮັບປະທານນັ້ນຈະເປັນກາຣົດສີສົ້ມ ແລະ ຈັດເປັນອາຫານເພື່ອສຸຂະພາບອີກດ້ວຍ.
ສະພາບແວດລ້ອມທີ່ເໝາະສົມ: ກາຣົດ ຈະເລີນເຕີບໂຕໄດ້ດີໃນເຂດທີ່ມີອາກາດໜາວ; ສໍາລັບອຸນຫະພູມທີ່ເໝາະສົມຕໍ່ການຈະເລີນເຕີບໂຕຂອງຫົວແມ່ນ 18 – 21 ອົງສາ ເປັນພືດທີ່ຕ້ອງການແສງຫຼາຍ ໂດຍສະເລ່ຍປະມານ 9 – 14 ຊົ່ວໂມງ/ວັນ; ຈະເລີນເຕີບໂຕໄດ້ດີໃນດິນລ່ວນ, ດິນມີອິນຊີວັດຖຸສູງ ລະບາຍນໍ້າໄດ້ດີ; ມີ ຄວາມເປັນກົດເປັນດ່າງຂອງດິນ ( pH ) 6.5 – 7.5 ການປູກໃນດິນໜຽວ ຫຼື ໂຄງສ້າງດິນແຂງ ຈະເຮັດໃຫ້ຫົວແຕກ, ມີຮູບຊົງຜິດປົກກະຕິ ຫາກສວນປູກມີ ຄວາມຊຸ່ມສູງ ຫົວກາຣົດຈະມີບາດແຜສີດຳ.


+ ການກຽມດິນ: ຂຸດດິນຕາກແດດ, ໂຮຍປູນຂາວໃນອັດຕາ 80 – 100 ກຣາມ/ຕາແມັດ ປະໄວ້ປະມານ 14 ວັນ ແລະ ກຳຈັດວັດສະພືດໄປພ້ອມ ເຊິ່ງການກຽມກ້າ ແມ່ນປູກແບບຢອດເມັດ.
+ ການປູກ ແລະ ບົວລະບັດຮັກສາ:
1. ກ່ອນປູກໃສ່ຝຸ່ນສູດ 12-24-12 ອັດຕາ 20 – 30 ກຣາມ/ຕາແມັດ ລົງໃນດິນປັບໜ້າດິນໃຫ້ພຽງ.
2. ຂີດຮ່ອງເລິກ 1 ຊັງຕີແມັດ, ໄລຍະແປງປູກຫ່າງກັນ 15 ຊັງຕີແມັດ.
3. ຢອດເມັດເທື່ອລະເມັດ ໄລຍະຫ່າງ 1 ຊັງຕີແມັດ, ຖົມເມັດ ແລະ ຫົດນໍ້າໃຫ້ຊຸ່ມ.
4. ການຖອນແຍກ: ຄັ້ງທີ1 ຫຼັງຢອດເມັດ 15 – 20 ວັນ ( ມີໃບແທ້ 3 – 5 ໃບ ) ຈົ່ງໄລຍະປູກ 3 ຊັງຕີແມັດ; ຄັ້ງທີ2 ຫຼັງຢອດເມັດ 30 – 35 ວັນ ( ມີໃບແທ້ 8 – 9 ໃບ ) ຈົ່ງໄລຍະປູກ 5 – 8 ຊັງຕີແມັດ.

+ ຂໍ້ຄວນລະວັງ: ລະວັງມົດມາຄາບເອົາເມັດໄປ ຫຼື ແມງໄມ້ມາກັດກິນເມັດ, ການຢອດເມັດຢ່າໃຫ້ເມັດທີ່ຍອດຕິດກັນ ໄລຍະຫ່າງປະມານ 1 ຊັງຕີແມັດ, ຄວນໃຫ້ນໍ້າສະໝໍ່າສະເໝີຢ່າໃຫ້ຊຸ່ມເກີນໄປ.
+ ການໃຫ້ນໍ້າ: ຫຼັງປູກຫົດນໍ້າໃຫ້ຊຸ່ມ ແລະ ໃຫ້ນໍ້າທຸກວັນສະໝໍ່າສະເໝີ ແຕ່ຢ່າໃຫ້ນໍ້າຂັງເພາະຫົວຈະເນົ່າ.
+ ການໃສ່ຝຸ່ນ: ຫຼັງຖອນແຍກຄັ້ງທີ 1 ໃສ່ຝຸ່ນສູດ 15-15-15 ອັດຕາ 30 – 50 ກຣາມ/ຕາແມັດ ພ້ອມກຳຈັດວັດສະພືດ; ຫຼັງການໃສ່ຝຸ່ນຄັ້ງທຳອິດ 15 – 20 ວັນ ໃສ່ຝຸ່ນຄັ້ງທີ 2 ໃຊ້ສູດ 13-13-21 ອັດຕາ 20 – 50 ກຣາມ/ຕາແມັດ. ໂຮຍໃສ່ຮ່ອງທີ່ເລິກ 2 – 3 ຊັງຕີແມັດ ລະຫວ່າງແຖວປູກ.
+ ການເກັບກ່ຽວ: ເກັບກູ້ໄດ້ເມື່ອອາຍຸໄດ້ 100 – 120 ວັນ; ເກັບ່ກຽວໂດຍການຂຸດເມື່ອມີອາຍຸ ແລະ ຂະໜາດເໝາະສົມ; ລ້າງຫົວໃຫ້ສະອາດປະໃຫ້ສະເດັດນໍ້າລະວັງຢ່າໃຫ້ຜິວກາຣົດເປັນຮອຍລອກ.
[ ຂໍ້ມູນ: ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ]