ອັດຕາເງິນເຟີ້ ໃນເອີໂຣໂຊນຫຼຸດລົງຢ່າງຕໍ່ເນື່ອງ

81

ອົງການສະຖິຕິຂອງສະຫະພາບເອີຣົບ ( Eurostat ) ໄດ້ປະກາດຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນວ່າອັດຕາເງິນເຟີ້ ຂອງບັນດາປະເທດທີ່ນຳໃຊ້ສະກຸນເງິນເອີໂຣ ( Eurozone) ໄດ້ຫຼຸດລົງເປັນເດືອນທີ 3 ຕິດຕໍ່ກັນ ໂດຍເຫຼືອພຽງ 8,5% ໃນເດືອນມັງກອນ ປີ 2023 ເຊິ່ງຕໍ່າກວ່າລະດັບ 9,2% ຂອງເດືອນທັນວາ ປີ 2022 ແລະ ຕ່ຳກວ່າທີ່ຄາດການໄວ້  9%.

อาจเป็นรูปภาพของ เงิน

ສຳນັກຂ່າວ ຣອຍເຕີ ເປີດເຜີຍວ່າ: ອັດຕາເງິນເຟີ້ຫຼຸດລົງ ຍ້ອນລາຄາພະລັງງານສະລໍຕົວລົງໃນເດືອນຜ່ານມາ ໂດຍເພີ່ມຂຶ້ນພຽງແຕ່ 17,2% ຕ່ຳ ກວ່າ ເມື່ອທຽບໃສ່ກັບລະດັບການເພີ່ມຂຶ້ນ 25,5% ຂອງ ເດືອນທັນວາ ປີ 2022.

อาจเป็นรูปภาพของ เงิน

ອັດຕາເງິນເຟີ້ຂອງ Eurozone ກໍຫຼຸດລົງຢ່າງຕໍ່ເນື່ອງ, ຫຼັງຈາກທີ່ເພີ່ມຂຶ້ນສູ່ ລະດັບ 10,6% ໃນເດືອນຕຸລາ ປີ 2022 ຜ່ານມາ.