ສີລັງກາ ສົ່ງອອກສິນຄ້າ ບັນລຸ 13 ຕື້ໂດລາ

29

ສຳນັກຂ່າວ ຊິນຫົວ ລາຍງານວ່າ ສຳນັກງານຄະນະກຳມະການພັດທະນາການສົ່ງອອກ ( EDB ) ຂອງສີລັງກາ ເປີດເຜີຍວ່າ: ໃນປີ 2022 ຜ່ານມາ ການສົ່ງອອກສິນຄ້າຂອງ ສີລັງກາ ບັນລຸຫຼາຍກວ່າ 13 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2021. ການສົ່ງອອກເຄື່ອງປະດັບ ແລະ ແຜ່ນແພ ລວມມີປະມານ 5,9 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 9,56% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2021, ສ່ວນລາຍໄດ້ຈາກການສົ່ງອອກອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ ລວມມີ 483 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 14,68%.

อาจเป็นรูปภาพของ ท้องฟ้า

ຢ່າງໃດກໍຕາມ, ລາຍໄດ້ຈາກການສົ່ງອອກອາຫານທະເລ ລວມມີ 269 ລ້ານໂດລາສະຫະລັດ ຫຼຸດລົງ 1,81% ແລະ ລາຍໄດ້ຈາກຊາ ຫຼຸດລົງ 4,95% ປະມານ 1,2 ຕື້ໂດລາສະຫະລັດ ໃນປີ 2022. ໃນຂະນະດຽວກັນ ລາຍໄດ້ຈາກການສົ່ງອອກຜະລິດຕະພັນຢາງສຳເລັດຮູບ ຫຼຸດລົງ 6,79% ປະມານ 1 ຕື້ໂດລາສະຫະລັດ ແລະ ອື່ນໆ.

ไม่มีคำอธิบายรูปภาพ