ເຖິງເວລາແລ້ວ! ຮ້ານແລກປ່ຽນຕ້ອງປິດບັນຊີ 113 ຮ້ານ ແລະຕິດຕາມນຳກັນ

119

31 ມັງກອນ 2023 ເປັນມື້ສຸດທ້າຍທີ່ ບັນດາຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ ຕາມແຈ້ງການທະນາຄານແຫ່ງ ສປປ ລາວ ສະບັບເລກທີ01/ທຫລ ລົງວັນທີ 13 ມັງກອນ2023 ໃຫ້ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງທະນາຄານທຸລະກິດ ຈໍານວນ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ ເຊິ່ງເນື້ອໃນສໍາຄັນຂອງແຈ້ງການໄດ້ລະບຸດັ່ງນີ້:

No photo description available.
ໂດຍທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວ ແທນທັງຫມົດ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ ແລະໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະຍົກເລີກສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ.

May be an image of 1 person and money

ໃນເວລາດຽວກັນໃຫ້ດໍາເນີນການປິດບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາຕົວແທນ ພ້ອມທັງຫນັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງີນຕາຕົວແທນທີ່ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023.

No photo description available.
ສຳລັບທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງຫນ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022. ຕາມແຈ້ງການຍັງໃຫ້ຮູ້ອີກວ່າ, ບັນດາຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດຕ້ອງໄດ້ປິດບັນຊີເງິນຝາກທີ່ອອກຊື່ຮ້ານ ໃນວັນທີ 31 ມັງກອນ 2023 ນີ້.

No photo description available.

ລາຍລະອຽດຂອງແຈ້ງການ

No photo description available.
ຂໍ້ມູນ: ທະນາຄານແຫ່ງ ສປປ ລາວ