ໂຄລາວ ເປີດປະສົບການໃໝ່ ນຳລົດໄຟຟ້າ Hyundai ຈຳໜ່າຍເຂົ້າສູ່ຕະຫຼາດລາວ

64

Hyundai IONIQ5 ເຊີ່ງເປັນລົດໄຟຟ້າລຸ້ນທຳອິດຂອງຮຸນໄດ ຈາກປະເທດເກົາຫຼີມາເປີດໂຕສູ່ຕະຫຼາດລາວເມື່ອຫຼາຍເດືອນກ່ອນ ເປັນລົດທີ່ຫຼູຫຼາສວຍງາມ ແລະ ເທັກໂນໂລຍີທີ່ລ້ຳສະໄໝລະດັບໂລກ ຢາກໃຫ້ທ່ານໄດ້ມາສຳຜັດດ້ວຍໂຕເອງ ແລະຈັບຈອງເປັນເຈົ້າຂອງ.

ທ່ານ ໜູໄຊ ແຫວນສະຫວັນ ປະທານບໍລິສັດ ໂອໂຕເວີນດ໌ (ໂຄລາວ ດິວິລົບພິງ) ຈໍາກັດຜູ້ດຽວ ກ່າວວ່າ: HYUNDAI ແມ່ນຍີ່ຫໍ້ລົດທີ່ໄດ້ຮັບຄວາມນິຍົມສູງ ໃນ ສປປ ລາວ ແລະ ໃນທົ່ວໂລກ ໂດຍສະເພາະແມ່ນປະເພດລົດເກັງທີ່ໄດ້ຮັບຄວາມນິຍົມໃນການນໍາໃຊ້ທົ່ວສັງຄົມລາວ ມາຫລາຍກວ່າ 20 ປີ ບໍລິສັດ ໂຄລາວ ແມ່ນບໍລິສັດຕົວແທນຈໍາຫນ່າຍລົດ ຍີ່ຫໍ້ HYUNDAI ໃນ ສປປ ລາວ ຢ່າງເປັນທາງການ.

ຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ ດ້ວຍຄວາມໄວ້ວາງໃຈຂອງລູກຄ້າທີ່ໄດ້ຊົມໃຊ້ລົດ Hyundai ມາຫຼາຍໆລຸ້ນຍັງຄົງເຊື່ອໝັ້ນໃນຄຸນນະພາບ ມາດຕະຖານ ສະເພາະ ລົດໄຟຟ້າ ຍີ່ຫໍ້ຮຸ່ນໄດ ລຸ້ນ IONIQ5 ແມ່ນເປັນລົດຈິບໄຟຟ້າ 100% ຂະໜາດ 5 ບ່ອນນັ່ງ ທີ່ມີຮູບໂສມທີ່ໂດດເດັ່ນ ເທັກໂນໂລຍີທີ່ລໍ້າສະໄຫມ ທີ່ສຳຄັນລົດລຸ້ນນີ້ແມ່ນໄດ້ຮັບລາງວັນຊະນະເລີດລົດຍົນດີເດັ່ນລະດັບໂລກໃນປີ 2022 ຫລື The Winner of World Car Award 2022. ດັ່ງນັ້ນ, ສາມາດເຊື້ອໝັ້ນໄດ້ເລີຍວ່າ ເປັນລົດໄຟຟ້າທີ່ດີທີ່ສຸດແຫ່ງປີ ມີການອອກແບບສວຍງາມໂດດເດັ່ນທີ່ສຸດ ມາພ້ອມມາຄຸນນະພາບທີ່ດີເລີດ ແລະ ມາດຕະຖານຄວາມປອດໄພລະດັບໂລກ ແລະ ທີ່ສໍາຄັນ ດ້ວຍວັດສະດຸຕ່າງໆທີ່ເປັນອົງປະກອບຂອງລົດໄຟຟ້າ HYUNDAI IONIQ5 ຄັນນີ້ ແມ່ນມີສ່ວນປະສົມຂອງສານຊີວະພາບ ເຊິ່ງເປັນແນວຄິດໃສ່ໃຈສິ່ງແວດລ້ອມ ຖືເປັນຕົ້ນແບບຂອງແນວຄວາມຄິດພື້ນຖານ ໃນການອອກແບບລົດລຸ້ນນີ້, ສະນັ້ນ ຈຶ່ງຖືໄດ້ວ່າ“ນີ້ແມ່ນລົດໄຟຟ້າແຫ່ງອະນາຄົດຢ່າງແທ້ຈິງ”.

ລາຍລະອຽດຂອງລົດ:
– ລົດລຸ້ນນີ້ແມ່ນມີຄວາມຍາວ 4,635 ມມ ກວ້າງ 1,890 ມມ ຄວາມສູງຂອງເຄື່ອງ 1,605 ມມ ແລະມີຖານລໍ້ທີ່ 3,000 ມມ.
– ນຳໃຊ້ແບັດເຕີຣີ MITHIUM-ION ຄວາມຈຸຂອງແບັດເຕີຣີແມ່ນ 72.6 kWh ສາກຄັ້ງໜຶ່ງຈະສາມາດແລ່ນໄດ້ 481 ກິໂລແມັດ ດ້ວຍຄວາມໄວສູງສຸດ 185 ກິໂລແມັດຕໍ່ຊົ່ວໂມງ.
– ສຳລັບໂຕແບັດເຕີຣີ ຖ້າສາກໄຟຄົວເຮືອນທົ່ວໄປແມ່ນຈະໃຊ້ເວລາປະມານ 6 ຊົ່ວໂມງ ແຕ່ຖ້າສາກດ້ວຍເຄື່ອງສາກໄວຂະໜາດ 50 KW ຈະໃຊ້ເວລາພຽງແຕ່ 56 ນາທີ ແລະຖ້າສາກໃນເຄື່ອງສາກໄວຂະໜາດ 350 KW ຈະໃຊ້ເວລາພຽງ 17 ນາທີກວ່າເທົ່ານັ້ນເອງ.

ທ່ານໃດທີ່ກຳລັງຢາກພິຈາລະນາຊື້ລົດຄູ່ໃຈຈັກຄັນ ໂດຍສະເພາະແມ່ນລົດໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ ທັງປະຢັດເງິນໃນກະເປົ່າ ທ່ານສາມາດເຂົ້າມາເບິ່ງລົດຕົວຈີງໄດ້ທີ່ຫ້ອງຂາຍໂຄລາວ ມີລົດພ້ອມມອບໃຫ້ທ່ານເປັນເຈົ້າຂອງແລ້ວທັງໝົດ 3 ສີ ຄືສີດຳ, ສີປອນ ແລະ ສີສົ້ມ.