ເປີດເທດສະການດອກງິ້ວບານ ປາງບຸນໃຫຍ່ຂອງຊາວແຂວງບໍ່ແກ້ວ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ດຶງດູດການລົງທຶນ

125

ເທດສະການດອກງິ້ວບານ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 27 ມັງກອນ 2023  ທີ່ດອນຊາວ(ເຂດເສດຖະກິດພິເສດສາມຫຼ່ຽມຄຳ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫຼັງຈາກບໍ່ໄດ້ຈັດມາ 3 ປີ ເຊິ່ງເປັນການຊຸກຍູ້, ພັດທະນາ ແລະ ຟື້ນຟູວຽກງານການທ່ອງທ່ຽວທາງທໍາມະຊາດ,ປະຫວັດສາດ, ວັດທະນະທໍາ ຂອງຊາວແຂວງບໍ່ແກ້ວ ທັງເປັນການຊຸກຍູ້ສົ່ງເສີມດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຄຶກຄັກຍິ່ງໆຂຶ້ນ.

ເຂົ້າຮ່ວມພິທີ ມີທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງສປປລາວ, ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີບັນດາລັດຖະມົນຕີ,ເຈົ້າແຂວງ, ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ມີບັນດາການນຳຂັ້ນສູງ, ທັງສູນກາງ ແລະ ທ້ອງຖິ່ນ, ນັກທຸລະກິດ ແລະ ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະຮັບຜິດຊອບການຈັດງານ ລາຍງານການກະກຽມງານວ່າ: ງານດັ່ງກ່າວ ແມ່ນເປັນປາງງບຸນໃຫຍ່ຂອງຊາວແຂວງບໍ່ແກ້ວ ເຊິ່ງໄດ້ເລີ່ມຈັດຂຶ້ນທຳອິດໃນປີ 2000 ແລະ ມີຜົນສຳເລັດໃນການຈັດງານມາແລ້ວ 19 ຄັ້ງ ໂດຍຈັດຂຶ້ນໃນໄລຍະລະດູດອກງິ້ວເບັ່ງບານ ຄືທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາ ຂອງທຸກໆປີ. ໃນປີ 2020 ຫາ ປີ 2022 ໄດ້ງົດການຈັດງານຍ້ອນ ການແຜ່ລະບາດຂອງພະຍາດໂຄວິດ-19.

ມາໃນປີ 2023 ນີ້ຈື່ງກັບມາຈັດແບບຍິ່ງໃຫຍ່ເພື່ອແນໃສ່ເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະ, ວັດທະນະທໍາ, ການນຸ່ງຖືແບບແຜນ ວິຖີຊີວິດ ກໍຄືຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າ ຊາວແຂວງບໍ່ແກ້ວ ລວມທັງການເຊື່ອມໂຍງ ເຂົ້າກັບວັດທະນະທໍາ-ອະລິຍະທໍາອັນດີງາມຂອງຊາດ ແລະ ຕ່າງປະເທດ.

ໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວ ໄດ້ມາທ່ຽວຊົມສໍາພັດກັບທໍາມະຊາດ ຄວາມສວຍສົດງົດງາມ ທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍຄືດອກງິ້ວກໍາລັງເບັ່ງບານ ທີ່ເຕັມໄປດ້ວຍຄຸນຄ່າທາງດ້ານຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ເພື່ອອະນຸລັກປົກປັກຮັກສາ, ສໍາລັບຊາວຈີນ ເພິ່ນເຊື່ອວ່າ ດອກງິ້ວທີ່ເບັ່ງບານແມ່ນສະແດງເຖິງຄວາມອົງອາດກ້າຫານ ແລະ ສະຫງ່າງາມ.


ເປັນການຊຸກຍູ້, ສົ່ງເສີມ, ພັດທະນາ ແລະ ຟື້ນຟູວຽກງານການທ່ອງທ່ຽວທາງທໍາມະຊາດ,ປະຫວັດສາດ, ວັດທະນາທໍາ, ຮີດຄອງປະເພນີ, ວິຖິຊີວິດ ຂອງຊາວແຂວງບໍ່ແກ້ວ ແບບມີສ່ວນຮ່ວມຂອງຊຸມຊົນຕາມ ຄໍາຂວັນທີ່ວ່າ: “ປະເທດລາວສວຍງາມ” ສ້າງໃຫ້ການທ່ອທ່ຽວລາວ, ເມືອງລາວ, ຮຽນຮູ້ປະຫວັດສາດລາວ, ຊື່ນຊົມທໍາມະຊາດ ແລະ ສົ່ງເສີມວັດທະນາທໍາ ໃຫ້ມີຄວາມຍືນຍົງ ຕິດພັນກັບການສົ່ງເສີມການຜະລິດ, ການຄ້າ- ການບໍລິການ ໃຫ້ມີການຂະຫຍາຍຕົວ, ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງ ແລະ ຂອງຊາດ ໃຫ້ມີບາດກ້າວຂະຫຍາຍຕົວ, ທັງເປັນການສ້າງວຽກເຮັດງານທໍາ, ສ້າງລາຍຮັບມາສູ່ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ນັບນັບດີຂຶ້ນ.

ງານປີນີ້ໄດ້ມີຫຼາຍກິດຈະກຳເຊັ່ນ: ການປະກວດນາງສາວດອກງິ້ວບານປະຈຳປີ 2023; ການປະກວດນາງສາວທ່ອງທ່ຽວລາວປີ 2023. ນອກນີ້ຍັງຈະມີການສະແດງສິລະປະວັນນະຄະດີ ຈາກແຂວງ, ເມືອງ , ສູນກາງ, ສປຈີນ, ຣາຊອານາຈັກໄທ ແລະ ສະຫະພາບມຽນມາຈຳນວນໜຶ່ງ.

ມີກິດຈະກຳແຂ່ງຂັນຊ່ວງເຮືອ ປະເພນີ 35 ສີພາຍ, ການແຂ່ງຂັນໄຫຼເຮືອໄຟ, ການຈັດວາງ ສະແດງສິນຄ້າ ຈຳນວນ 409 ກວ່າຮ້ານ ທີ່ໄດ້ດຳເນີນມາແຕ່ວັນທີ 23.ມີພິທີເປີດການທົດລອງນຳໃຊ້ໂຮງແຮມດາວດອກງິ້ວ, ການເປີດທົດລອງນຳໃຊ້ສະໜາມຝຶກຊ້ອມກອ໊ຟສາກົນພູກິ່ວລົມ ແລະ ອິກກິດຈະກຳຫຼາຍຢ່າງເຊິ່ງດຳເນີນໄປເຖິງວັນທີ 29 ມັງກອນ 2023.

ໃນໂອກາດນີ້ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກໍໄດ້ຂຶ້ນມີເຫັນຕໍ່ພິທີ.

ຈາກນັ້ນ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆ ບໍ່ແກ້ວ ກໍໄດ້ຂຶ້ນກ່າວເປີດເທດສະການດອກງິ້ວບານ ຢ່າງເປັນທາງການວ່າ: ງານເທດສະການດອກງິ້ວບານ ສຸດທີ່ມີຄວາມໝາຍ ຄວາມສໍາຄັນໄປພ້ອມກັບບັນຍາກາດ ແຫ່ງຄວາມສວຍສົດງົດງາມຂອງທໍາມະຊາດທີ່ເປັນເອກະລັກສະເພາະຂອງຖິ່ນຖານສາມຫຼ່ຽມຄໍາເມືອງຕົ້ນເຜິ້ງ ທີ່ມີປ່າດອກງິ້ວເບັ່ງບານສວຍສົດງົດງາມ ປະກອບກັບວັດທະນະທໍາອັນດີງາມ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ.