ກອງປະຊຸມໂຕະມົນປະຈຳປີ 2022 ສຸມໃສ່ຫາລື 5 ຫົວຂໍ້ສຳຄັນ ໃນການພັດທະນາ ສປປ ລາວ

95

ເປີດກອງປະຊຸມໂຕະມົນ ປະຈຳປີ 2022 ພາຍໃຕ້ຫົວຂໍ້: “ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ປະຈຳປີ 2022 ແລະ ແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ໂດຍກອງປະຊຸມໄດ້ມີການນຳສະເໜີ ແລະ ປຶກສາຫາ 5 ບັນຫາສຳຄັນ.

ກອງປະຊຸມໂຕະມົນປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2023 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ປະທານຮ່ວມຂອງ ທ່ານ ນາງ ຊາລາ ເຊັກເກເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເລຂາທິການ ແລະ ຮອງປະທານກຳມະທິການສະພາແຫ່ງຊາດ, ເອກອັກຄະລັດຖະທູດ, ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນເອກະຊົນເຂົ້າຮ່ວມ. ກອງປະຊຸມໂຕະມົນປະຈຳປີ 2022 ໄດ້ຮັບການສະໜັບສະໜູນງົບປະມານຈາກ USAID ແລະ ການສະໜັບສະໜູນດ້ານວິຊາການຈາກອົງການ UNDP.

ກອງປະຊຸມ ໄດ້ຮັບຟັງການນຳສະເໜີ ແລະ ປຶກສາຫາ 5 ຫົວຂໍ້ທີ່ສໍາຄັນ ຄື: (1) ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ແລະ ແຜນປີ 2023, (2) ຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); (3) ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ; (4) ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບການດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປລາວ ແລະ (5). ທິດທາງໃນຕໍ່ໜ້າການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ພາຍໃຕ້ແຜນດຳເນີນງານຖະແຫຼງການວຽງຈັນ ແລະ ການທົບທວນໜ່ວຍງານຂະແໜງການ.

ໃນກອງປະຊຸມ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ ສປປ ລາວ, ເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ ປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນປີ 2023, ຍຸດທະສາດການເງິນ, ຂອບການຟື້ນຟູເສດຖະກິດ, ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກົນໄກການຮ່ວມມືເພື່ອການພັດທະນາ.

ທ່ານຍັງໄດ້ຢໍ້າຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງ ໜ່ວຍງານຂະແໜງການ ກໍຄື ແຜນດຳເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ສອງວາລະແຫ່ງຊາດຂອງລັດຖະບານ, ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆທີ່ ສປປ ລາວ ເປັນພາຄີໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້. ເຖິງແມ່ນວ່າ ສປປ ລາວ ຈະປະເຊີນກັບຄວາມຫຍຸ້ງຍາກປານໃດກໍ່ຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້ານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

ທ່ານ ນາງ ຊາລາ ເຊັກເກເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ກ່າວວ່າ: ເນື່ອງຈາກຄວາມທ້າທາຍຫລາຍຢ່າງທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ຫຼາຍກວ່າທີ່ເຄີຍມີມາ, ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ ການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ ເພື່ອສະໜັບສະໜູນເສັ້ນທາງການພັດທະນາແບບຍືນຍົງ ແລະ ຮອບດ້ານ. ຂະບວນການໂຕະມົນນີ້ ຖືເປັນເວທີອັນລ້ຳຄ່າ ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ແລະ ດ້ວຍການປຶກສາຫາລືທີ່ມີແກ່ນສານບົນພື້ນຖານການປຶກສາຫາລືບັນດາເນື້ອໃນດ້ານການເງິນເພື່ອການພັດທະນາ, ການຟື້ນຟູ ແລະ ຄວາມຢືດຢຸ່ນ ແລະ ການກະກຽມໃຫ້ແກ່ການຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ທີ່ເປັນເວທີໃຫ້ແກ່ການປຶກສາຫາລື ແລະ ການແລກປ່ຽນເຊິ່ງກັນ ແລະກັນ.

[ຮູບ; ຂ່າວ: ຄຳນ້ອຍ]