ຈີນ ພັກຊຳລະໜີ້ໃຫ້ ສີລັງກາ ເປັນເວລາ 2 ປີ

64

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມັງກອນ 2023 ວ່າ ທະນາຄານເພື່ອການສົ່ງອອກ – ນຳເຂົ້າຂອງຈີນ ( ໄຊນາ ເອັກຊິມແບ໋ງ ) ໄດ້ຍື່ນຂໍ້ສະເໜີໃຫ້ລັດຖະບານສີລັງກາ ໂດຍຈະພັກຊຳລະໜີ້ເປັນເວລາ 2 ປີໃຫ້ແກ່ສີລັງກາ ແລະ “ ຈະສະໜັບສະໜູນ ” ໃຫ້ສີລັງກາ ໃນການໄດ້ຮັບອະນຸມັດເງິນຊ່ວຍເຫຼືອກ້ອນໃໝ່ຈາກກອງທຶນການເງິນລະຫວ່າງປະເທດ ( IMF ) ມູນຄ່າ 2.900 ລ້ານໂດລາສະຫະລັດ.

อาจเป็นรูปภาพของ 3 คน, ถนน และ ถนน

ແນວໃດກໍຕາມ, ກະຊວງການເງິນຂອງສີລັງກາ ລະບຸວ່າ: ຂໍ້ສະເໜີດັ່ງກ່າວ “ ຍັງບໍ່ພຽງພໍ ” ທີ່ຈະຊ່ວຍເພີ່ມໂອກາດໃນການເຮັດໃຫ້ລັດຖະບານສີລັງກາ ໄດ້ຮັບການອະນຸມັດສິນເຊື່ອຈາກ IMF ເນື່ອງຈາກຂໍ້ມູນມາຮອດທ້າຍປີ 2022 ມູນຄ່າໜີ້ຂອງສີລັງກາຍັງຄ້າງຊຳລະກັບເອັກຊິມແບ໋ງຂອງຈີນ ປະມານ 2.830 ລ້ານໂດລາສະຫະລັດ ກວມເອົາ 3,5% ຂອງຈຳນວນໜີ້ຕ່າງປະເທດທັງໝົດ. ໃນຂະນະທີ່ໜີ້ທັງໝົດຂອງສີລັງກາ ທີ່ມີຕໍ່ຈີນປະມານ 7.400 ລ້ານໂດລາສະຫະລັດ ກວມເອົາ 20% ຂອງໜີ້ຕ່າງປະເທດທັງໝົດ.

อาจเป็นรูปภาพของ 6 คน, ผู้คนกำลังเดิน, ถนน และ ถนน

ທັງນີ້, ລັດຖະບານສີລັງກາ ໄດ້ກັບຄືນມາເຈລະຈາການຄ້າເສລີ ( FTA ) ກັບໄທ, ອິນເດຍ ແລະ ຈີນ, ຫຼັງຈາກທີ່ຢຸດຕິໄປແຕ່ປີ 2019 ໂດຍລັດຖະບານສີລັງກາ ຫວັງວ່າ ການເຈລະຈາຈະບັນລຸຂໍ້ຕົກລົງໃນທ້າຍປີນີ້ ຫຼື ຕົ້ນປີໜ້າ ພ້ອມທັງເຊື່ອໝັ້ນວ່າ ຂໍ້ຕົກລົງການຄ້າເສລີກັບ 3 ປະເທດທີ່ກ່າວມານັ້ນ ຈະຊ່ວຍຟື້ນຟູເສດຖະກິດຂອງສີລັງກາໄດ້.