ສຳຜັດບັນຍາກາດເກົ່າໆ ຢູ່ນະຄອນໄກສອນໄດ້ທີ່ງານສະຫວັນສຸກຫັນສາ

83

ເພື່ອເປັນການສົ່ງເສີມການທ່ອງທ່ຽວທັງອະນຸລັກເມືອງເກົ່າໃນນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດງານສະຫວັນສຸກສັນຫັນສາຂຶ້ນ ໃນນັ້ນຈະມີຫຼາຍກິດຈະກຳດຶງດູດນັກທ່ອງທ່ຽວ ເພື່ອໄປທ່ຽວຊົມໂດຍສະເພາະຈະໄດ້ທ່ຽວຊົມເມືອງເກົ່າ ແລະພາບແຕ້ມທີ່ງົດງາມຕາມຝາເຮືອນຢ່າງຫຼາກຫຼາຍອາລົມ.

อาจเป็นรูปภาพของ 2 คน และ กลางแจ้ง

ອີງຕາມແຫຼ່ງຂ່າວຈາກ ສຳນັກຂ່າວ  cri ໂດຍຜ່ານການໃຫ້ສຳພາດ ຂອງ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ສໍາພາດວ່າ: ແຂວງສະຫວັນນະເຂດໄດ້ຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ພາຍຫຼັງສປປ ລາວເປີດປະເທດ ເພື່ອໃຫ້ກັບຄືນມາຄຶກຄື້ນຄືເມື່ອກ່ອນ ໜຶ່ງໃນກິດຈະກໍາເພື່ອດຶງດູດນັກທ່ອງທ່ຽວແມ່ນສໍາຜັດມໍລະດົກທ້ອງຖິ່ນຜ່ານຮູບແຕ້ມຕາມຝາຕຶກອາຄານແລະເຮືອນເກົ່າ ທີ່ໄດ້ແຕ້ມໃສ່ຂ້າງຝາອາຄານເຮືອນເຂດຕົວເມືອງເກົ່າ ປະກອບມີຮູບພາບທັງໝົດ 12 ຮູບບົ່ງບອກເຖິງວິຖີການກໍ່ສ້າງທີ່ຢູ່ອາໄສ, ການດໍາລົງຊີວິດ, ພາບລຸງສອນຫຼານ, ການສານຕິບເຂົ້າແລະອື່ນໆ

 

May be an image of 2 people
ທ່ານ ໂພສີສ້ອຍ ກຸທິລາດ ກ່າວວ່າ: ພາບທີ່ໂດດເດັ່ນແມ່ນພາບທ່ານປະທານໄກສອນ ພົມວິຫານ ວິລະບູລຸດແຫ່ງຊາດລາວເປັນຜູ້ສອນຫຼານ ເພື່ອເຮັດໃຫ້ລູກຫຼານໄດ້ມີຄວາມກະຕັນຍູຮູ້ຄຸນ ໂດຍໄດ້ຖືກແຕ້ມຢູ່ທີ່ຝາໂຮງຮຽນປະຖົມໄຊຍະພູມ ເຊິ່ງເປັນຈຸດເລີ່ມຕົ້ນຂອງປະທານໄກສອນພົມວິຫານທີ່ເຄີຍຮຽນຢູ່ໂຮງຮຽນແຫ່ງນີ້.

May be an image of 14 people and people standing

ການອອກແບບສິລະປະ ແລະ ແຕ້ມໃສ່ຝາພະໜັງຂອງອາຄານ ແລະ ເຮືອນເກົ່າ ພາບແຕ່ລະພາບແມ່ນໄດ້ສ່ອງແສງໃຫ້ເຫັນເຖິງ ພາບບັນຍາກາດທີ່ຫາເບິ່ງໄດ້ຍາກຂອງວິຖິຊີວິດຊາວເມືອງໃນເມືອກ່ອນ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມີສ່ວນຮ່ວມໃນການຫຼິ້ນ ແລະ ຖ່າຍຮູບ ເກັບໄວ້ເປັນທີ່ລະນຶກໃນການມາຢ້ຽມຢາມແຂວງສະຫວັນນະເຂດ ກໍ່ຄືຕົວເມືອງເກົ່າ ເມື່ອກ່ອນເຄີຍເອີ້ນວ່າ ເມືອງຄັນທະບູລີ ໃຫ້ກັບມາມີຊີວິດຊີວາອີກຄັ້ງ.

May be an image of 11 people and street
ທ່ານ ອານັນ ຈັນທະສອນ ຮອງຫົວໜ້າວິຊາການໂຮງຮຽນວິຈິດສິນ ນະຄອນໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ຕົນມີຄວາມພາກພູມໃຈຫຼາຍໃນນາມລູກຫຼານຊາວແຂວງສະຫວັນນະເຂດໜຶ່ງໃນຫ້ານັກແຕ້ມຈາກແຂວງສະຫວັນນະເຂດ ທີ່ໄດ້ສ້າງສັນຜົນງານຂອງຕົນໃຫ້ສັງຄົມໄດ້ຮູ້ ແລະ ເປັນການສ້າງສະເໜ່ໃຫ້ກັບແຂວງກໍຄືນະຄອນໄກສອນພົມວິຫານ ເຊິ່ງຮູບພາບທີ່ຖືກແຕ້ມໃສ່ຝາຕຶກອາຄານເກົ່າປະກອບມີ 2 ຈຸດຄື: ພາບລຸງສອນຫຼານ ແລະພາບຂາຍຕິບເຂົ້າ ນອກນັ້ນ, ກໍແມ່ນກຸ່ມສິລະປິນຈາກນະຄອນຫຼວງວຽງຈັນ ອາຈານຈາກສະຖາບັນວິຈິດສິນແຫ່ງຊາດລາວ ແລະສິລະປິນອິດສະຫຼະ.

No photo description available.
ປະຈຸບັນ, ແຂວງສະຫວັນນະເຂດຂື້ນບັນຊີອາຄານເຮືອນເກົ່າໄດ້ຈໍານວນ 184 ຫຼັງ, ແຍກເປັນ 3 ປະເພດຄື: ປະເພດ 1: ຈໍານວນ 8 ຫຼັງ ປະເພດ 2 ມີ 12 ຫຼັງ ແລະ ປະເພດ 3 ມີ: 163 ຫຼັງ ແລະ ໄດ້ຂື້ນທະບຽນຮັບຮອງເປັນມໍລະໂດກລະດັບທ້ອງຖິ່ນໃນອາຄານປະເພດ 1 ຈໍານວນ 8 ຫຼັງ, ໄດ້ປັບປຸງ ແລະ ພັດທະນາອາຄານເກົ່າ ແລະ ເສັ້ນທາງຍ່າງຂອງນັກທ່ອງທ່ຽວ ແລະເຂດອື່ນໆ

May be an image of outdoors