ໄປທ່ຽວຊົມ, ຊື້ໄດ້ 5 ວັນເຕັມ ເທດສະການອາຫານລາວ 2023

55

ງານເທດສະການອາຫານລາວຄັ້ງທີ 19 ປະຈໍາປີ 2023 ເລີ່ມຂຶ້ນແລ້ວ ເຊິ່ງຈະຈັດເປັນເວລາ 5 ວັນເຕັມ ທີ່ສວນເຈົ້າອະນຸວົງແຄມຂອງ ນະຄອນຫຼວງວຽງຈັນ ຢ່າລືມຫາໂອກາດໄປຊົມໄປຊື້ ແລະສະໜັບສະໜູນ ອາຫານຈາກທຸກແຂວງທົ່ວປະເທດທີ່ເຂົ້າຮ່ວມ ນອກຈາກນີ້ຍັງມີອາບາງຂອງບາງປະເທດໃຫ້ໄດ້ຊືີມອີກດ້ວຍ.

May be an image of food and indoor

ທ່ານ ນາງ ຈັນທະຈອນວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຈັດງານເທດສະການອາຫານລາວ ໄດ້ກ່າວໃນພິທີເປີດງານໃນວັນທີ 24 ມັງກອນ 2023 ນີ້ວ່າ:  ງານເທດສະການອາຫານລາວແມ່ນຈັດຂຶ້ນມາ ເພື່ອສົ່ງເສີມວັດທະນະທຳ, ຮີດຄອງປະເພນີກ່ຽວກັບ ອາຫານການກິນ, ການດຳລົງຊີວິດແບບລາວໆ ຂອງພວກເຮົາໃຫ້ເຊື່ອມໂຍງກັບຍຸກສະໄໝ ກ້າວສູ່ສາກົນໄດ້ຢ່າງລົງຕົວ, ສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດຜູ້ມີພອນສະຫວັນປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ,ນະຄອນຫລວງວຽງຈັນມາວາງສະແດງ, ຂາຍ ແລະ ພັດທະນາຄຸນະພາບອາຫານໃຫ້ໄດ້ມາດຕະຖານ, ສາມາດຂະຫຍາຍການຄ້າຂາຍກ້າວໄປສູ່ການສັ່ງຈອງ, ການຈັດສົ່ງສິນຄ້າໃຫ້ທົ່ວເຖິງສັງຄົມອັນກວ້າງໄດ້ຢ່າງຄ່ອງຕົວ.

May be an image of 1 person, standing and outdoors

ທັງເປັນການປຸກລະດົມ ຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ, ແລະອອກສູ່ສາກົນເທື່ອລະກ້າວ ໂດຍສະເພາະງານ Word Expo Tokyo 2005 ທີ່ຈະມາເຖິງ ແລະ ພິເສດໃນປີນີ້ໄດ້ຈັດໃຫ້ມີການແຂ່ງຂັນເຂົ້າສັງຂະຫຍາ ເຂົ້າກ່ຳເພື່ອກຽມຜະລິດໃຫ້ເປັນສິນຄ້າ ຫລື ຂອງຝາກທີ່ສາມາດສົ່ງໄປຈຳໜ່າຍໃນຮ້ານຄ້າທັງພາຍໃນ ແລະ ຕ່າງປະເທດ.

May be an image of 2 people and food
ທ່ານນາງ ຈັນທະຈອນ ວົງໄຊ ກ່າວອີກວ່າ: ງານເທດສະການອາຫານລາວປະຈຳປີ 2023 ແມ່ນຈັດຂຶ້ນພາຍໃຕ້ຄຳຂວັນ: “ເທດສະການອາຫານລາວ ກ້າວສູ່ສາກົນ (Promoting Lao Food to International recognition)”  ງານເທດສະການປີນີ້ ຈະໄດ້ດໍາເນີນໄປເປັນເວລາ 5 ວັນຄື: ແຕ່ວັນທີ 24-28 ມັງກອນ 2023, ເລີ່ມແຕ່ເວລາ 9:00 ຕອນເຊົ້າຮອດ 10:00 ໂມງກາງຄືນຂອງທຸກວັນ ທີ່ສວນເຈົ້າອານຸວົງ (ແຄມຂອງ). ເຊິ່ງຈຳນວນຮ້ານຂາຍມີ 180 ຮ້ານ, ໃນນັ້ນມີຮ້ານອາຫານລາວ, ອາຫານປະຍຸກ, ອາຫານສາກົນ ແລະ ສິນຄ້າກະສິກຳລວມ 162 ຮ້ານ, ເຄື່ອງຫັດຖະກຳ 18 ຮ້ານ ແລະ ຄາດວ່າຈະມີເງິນໝູນວຽນໃນງານປະມານ 3-4 ຕື້ກີບ.

May be an image of 5 people and food
ພາຍໃນງານມີກິດຈະກໍາຫຼາຍຢ່າງຄື: ເລີ່ມແຕ່ 24-28 ຈະມີກິດຈະກໍາໂຄສະນາສິນຄ້າຂອງບໍລິສັດ, ທະນາຄານ ທີ່ສະໜັບສະໜູນງານເທດສະການ ຂຶ້ນເວທີກາງ ເພື່ອໂຄສະນາ ໂດຍເລີ່ມຈາກຫລັງທ່ຽງຫາຕອນບ່າຍ ຂອງທຸກໆວັນ, ຈັດໃຫ້ມີຮ້ານອາຫານລາວເອກະລັກຈາກ 18 ແຂວງ ໄວ້ຄອຍບໍລິການແຂກທີ່ມາທ່ຽວງານສາມາດຊີມ, ຊື້ ແລະ ສັ່ງຈອງຊື້ໄດ້ທາງອອນລາຍ, ມີການຈັດຕັ້ງແຂ່ງຂັນປຸງແຕ່ງເຂົ້າສັງຂະຫຍາ(ປະເພດຂອງຫວານທີ່ເປັນເອກະລັກ ພື້ນເມືອງຂອງລາວ)ຕື່ມອີກ.

May be an image of 2 people and food