ນັກຮົບໜຸ່ມນ້ອຍບໍ່ລໍຖ້າວາດສະໜາ ລົງມືລ້ຽງສັດຄວບຄູ່ວຽກປະຈຳ

103

ທຸກວັນນີ້ ການຈະອາໄສອາຊີບໜຶ່ງດຽວເພື່ອກຸ້ມຕົນເອງ ແລະຄອບຄົວແມ່ນເປັນໄປໄດ້ຍາກ ຖ້າເງິນເດືອນບໍ່ຫຼາຍອີຫຼີ ສະນັ້ນ ວຽກປະຈຳກໍຕ້ອງໃຫ້ມີ ແລະບໍ່ໃຫ້ຂາດຕົກບົກພ່ອງ ໃນເວລາດຽວກັນຕ້ອງເອົາເວລາທີ່ເຫຼືອມາເພີ່ມພູມຜະລິດຜົນອັນອື່ນເພີ່ມຈິ່ງຈະກຸ້ມຢູ່ກຸ້ມກິນໄດ້ ຄືກັບ ສະຫາຍ ສິບເອກ ສຸລີ ຈັນທະເສດ ນັບວ່າເປັນຜູ້ໜຶ່ງທີ່ຢູ່ແຖວໜ້າໝູ່ ເຊິ່ງກາຍເປັນທີ່ຍອມຮັບ ແລະ ຕີລາຄາສູງຈາກຄະນະພັກ – ຄະນະບັນຊາ ແລະ ໄດ້ຮັບຄໍາຍ້ອງຍໍຈາກໝູ່ເພື່ອນມິດສະຫາຍພາຍໃນກົມກອງຕະຫຼອດມາ.

May be an image of 1 person and outdoors
ສະຫາຍ ສີບເອກ ສຸລີ ຈັນທະເສດ, ອາຍຸ 30 ປີ ລະດັບວັດທະນະທໍາ ມໍ 7, ລະດັບວິຊາສະເພາະຊັ້ນສູງ (ສາຍບໍລິຫານທຸລະກິດ), ມີຖິ່ນກໍາເນີດຢູ່ບ້ານ ໂພນສະຫວ່າງ ເມືອງຊຽງເງີນ ແຂວງຫຼວງພະບາງ, ຍ້ອນມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ຈິ່ງຢາກປະກອບສ່ວນຮັບໃຊ້ຊາດໃນຖັນແຖວກອງທັບປະຊາຊົນລາວ, ສະຫາຍໄດ້ສະໝັກເຂົ້າເປັນທະຫານພັນທະເມື່ອວັນທີ 26 ຕຸລາ 2017 ບັນຈຸຢູ່ ກອງຮ້ອຍ 24 ທີ່ຂື້ນກັບກອງບັນຊາການທະຫານເມືອງຊຽງເງີນ, ພາຍຫຼັງຈົບພັນທະ, ສະຫາຍກໍໄດ້ສະໝັກເຂົ້າເປັນທະຫານອາຊີບຕໍ່, ເບື້ອງຕົ້ນເຖິງວ່າສະຫາຍຈະພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພາະຍ້ອນບໍ່ຊິນເຄີຍໃນການດໍາລົງຊີວິດແບບລວມໝູ່ ແລະ ຢູ່ພາຍໃຕ້ລະບຽບວິໄນທີ່ເຂັ້ມງວດກໍ່ຕາມ ແຕ່ສະຫາຍກໍໄດ້ພະຍາຍາມຕັ້ງໜ້າເຝີກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານເປັນຕົ້ນແມ່ນການປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ແລະ ມະຕິ, ຄໍາສັ່ງຂັ້ນເທິງຢ່າງເຂັ້ມງວດປົກກະຕິ, ຈົນໄດ້ຮັບການຕີລາຄາສູງຈາກຄະນະພັກ – ຄະນະບັນຊາ ກົມກອງວ່າ: ເປັນບຸກຄົນທີ່ດີເດັ່ນໃນການປະຕິບັດລະບຽບວິໄນ ແລະ ມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ.

May be an image of outdoors

ນອກນີ້ສະຫາຍຍັງເປັນຄົນທີ່ມີຈິດໃຈໂອບເອື້ອອາລີ, ເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອແບ່ງປັນ, ຮັກແພງສາມັກຄີໝູ່ເພື່ອນໃນກົມກອງໃນຍາມທີ່ມີຄວາມຫຍຸ້ງຍາກຈຳເປັນ, ນອກຈາກນີ້ຍັງເປັນຄົນທີ່ມີແນວຄິດປະຢັດມັດທະຍັດ ບໍ່ຫຼີ້ນກິນຟູມເຟື້ອຍໃຊ້ຈ່າຍມີເຫດຜົນ, ສະຫາຍຍັງເປັນຄົນທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ, ປູກຝັງ – ລ້ຽງສັດ, ຍາດເອົາເວລາວ່າງໃຫ້ເປັນປະໂຫຍດ ເພື່ອຊອກແຫຼ່ງລາຍຮັບປັບປຸງແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນເປັນລຳດັບ, ຕາມທິດ 4 ປູກ 4 ລ້ຽງ, ມາຮອດປະຈຸບັນສະຫາຍໄດ້ປູກພຶດຜັກຊະນິດຕ່າງໆຫຼາຍຢ່າງ  ພຽງໄລຍະ 6 ເດືອນຜ່ານມາ ແມ່ນສາມາດເກັບກູ້ໄດ້ 250 ກິໂລ, ມີສັດລ້ຽງປະເພດໝູ 6 ໂຕ, ກົບ 500 ກວ່າໂຕ, ເປັດ-ໄກ່ 308 ໂຕ, ໄລຍະ 1 ປີຜ່ານມາສາມາດຂາຍພືດຜັກ, ສັດລ້ຽງປະເພດຕ່າງໆໄດ້ຈຳນວນໜຶ່ງ ເຊິ່ງເງີນຈໍານວນທີ່ໄດ້ຮັບຜ່ານມາ ແມ່ນໄດ້ນໍາມາເປັນທຶນຮອນເພື່ອໝູນວຽນຂອງຕົນເອງ ໃນການຂະຫຍາຍການປູກ, ການລ້ຽງ ແລະ ສ້າງກໍາໄລ່ເພີ່ມຂື້ນ ເຮັດໃຫ້ການດໍາລົງຊີວິດຂອງສະຫາຍນັບມື້ດີຂື້ນເທື່ອລະກ້າວ.

May be an image of 1 person, standing and outdoors
ສະຫາຍ ພັນຕີ ຈັນທະວອນ ເຊັນທະສອນ ຫົວໜ້າການທະຫານກອງຮ້ອຍ 24 ທີ່ຂື້ນກັບກອງບັນຊາການທະຫານເມືອງຊຽງເງີນ, ໄດ້ໃຫ້ຮູ້ຕື່ມອີກວ່າ: ສະຫາຍ ສີບເອກ ສຸລີ ຈັນທະເສດ ໂດດເດັ່ນກວ່າໝູ່ໃນກົມກອງ ມີທັດສະນະອອກແຮງງານດີ ເປັນແບບຢ່າງທີ່ດີໃຫ້ກັບພະນັກງານ – ນັກຮົບພາຍໃນກົມກອງ, ນອກຈາກນີ້ຍັງມີຄວາມເປັນເຈົ້າການ, ໃນການປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບວາງອອກໄດ້ຢ່າງເຂັ້ມງວດ, ສົມແລ້ວທີ່ຈະເປັນນັກຮົບວັດທະນະທໍາໃນກອງທັບ.

ໂດຍ: ສີບເອກ ບຸນມາ ແກ້ວວິເສດ ກບກ ເມືອງຊຽງເງີນ.