ລັດຖະມົນຕີ ອຄ ເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ ພະແນກອຄ ແຂວງໄຊສົມບູນ

75

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ເຂົ້າພົບປະການນຳ ແຂວງໄຊສົມບູນ ເພື່ອຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງ ໃນລະຫວ່າງວັນທີ 17-18 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ເຂົ້າຮ່ວມ.


ໂອກາດດັ່ງກ່າວ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ໃຫ້ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບຊາບ. ຈາກນັ້ນໄດ້ມີກອງປະຊຸມ ພົບປະໂອ້ລົມພະນັກງານຫລັກແຫລ່ງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ເພື່ອຮັບຟັງການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2022 ໂດຍການລາຍງານຈາກທ່ານ ຜາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
ທ່ານ ຜາທໍ່ ຕົ່ງເຢີທໍ່ ກ່າວວ່າ: ໄລຍະຜ່ານມາໄດ້ມີຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຄື ການຄຸ້ມຄອງລາຄາສິນຄ້າ ແມ່ນຈັດຕັ້ງປະຕິບັດບົນພື້ນຖານ ດຳລັດ 474/ນຍ ເພື່ອເປັນບ່ອນອີງໃນການຕິດຕາມຄວບຄຸມລາຄາສິນຄ້າ; ທົ່ວແຂວງໄຊສົມບູນ ມີຕະຫລາດທັງໝົດ 14 ແຫ່ງ, ໄດ້ອອກອະນຸຍາດສົ່ງອອກສິນຄ້າໄປຕ່າງປະເທດ ຈຳນວນ 3 ລາຍການຄື: ມັນຕົ້ນ, ຢາງພາລາ, ເຄື່ອງປ່າຂອງດົງ ສາມາດຈັດຕັ້ງປະຕິບັດມູນຄ່າການສົ່ງອອກໄດ້ 918.858 ໂດລາສະຫະລັດ.


ວຽກງານການສົ່ງເສີມຫັດຖະກຳ ສາມາດປະຕິບັດມູນຄ່າການຜະລິດຕະພັນຫັດຖະກຳໄດ້ 3 ຕື້ກວ່າກີບ, ສາມາດຈັດຕັ້ງປະຕິບັດຂຶ້ນທະບຽນວິສາຫະກິດ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ໄດ້ທັງໝົດ 247 ຫົວໜ່ວຍ. ສຳເລັດການຈັດຕັ້ງປະຕິບັດໂຄງການສະໜອງເຮືອນຮົ່ມເພື່ອປູກພືດຜັກຢູ່ບ້ານທົ່ງຄູນ ເມືອງອະນຸວົງ ໂດຍໄດ້ຮັບການຊ່ວຍເຫລືອລ້າຈາກອົງການຜະລິດຕະພາບແຫ່ງອາຊີ ຈຳນວນ 4 ເຮືອນ; ໄດ້ສົມທົບກັບກົມສົ່ງເສີມ SME ຈັດຝຶກອົບຮົມ ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ ໃຫ້ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ໄດ້ລົງກວດກາ, ກວດທຽບມາດຕະຖານຊິງຊັ່ງ ໃນຕະຫລາດ ທົ່ວແຂວງໄຊສົມບູນ.


ພ້ອມດຽວກັນນັ້ນ ໄດ້ມີການປະກອບຄຳຄິດ-ຄຳເຫັນແລກປ່ຽນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຄະນະນຳກະຊວງໄດ້ມອບຄອມພິວເຕີ້ ຈຳນວນ 2 ຊຸດ ໃຫ້ແກ່ພະແນກ ອຸດສາຫະກຳ ແລະ ການຄ້ານຳອີກ.


ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດທີ່ຕິດພັນກັບວຽກງານໃນຂົງເຂດອຸດສາຫະກຳ ແລະ ການຄ້າ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບອັນພົ້ນເດັ່ນ, ອົງປະກອບ ການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບ, ຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານ ພ້ອມທັງຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ, ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມເປັນເອກະພາບ ສອດຄ່ອງໃນການປະຕິບັດວຽກງານ, ປະສານສົມທົບກັບກະສິກຳ ແລະ ປ່າໄມ້ ຄົ້ນຄວ້າກຳນົດບັນຊີລາຍການປະເພດສິນຄ້າກະສິກຳ ເພື່ອສົ່ງເສີມການຜະລິດພາຍໃນ ທົດແທນການນຳເຂົ້າ-ສົ່ງອອກ ພ້ອມທັງສົ່ງເສີມການຜະລິດກະສິກຳ ຕິດພັນກັບການປຸງແຕ່ງ ໂດຍອີງໃສ່ທ່າແຮງ ແລະ ຄວາມອາດສາມາດແຂ່ງຂັນໃນການຜະລິດ ໃຫ້ມີປະສິດທິພາບສູງ.