ນັກທ່ອງທ່ຽວທົ່ວໂລກ ປີນີ້ຈະເພີ່ມຂຶ້ນຈຸລະດັບ 80 – 95% ກ່ອນເກີດໂຄວິດ – 19

20

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ( UNWTO ) ເປີດເຜີຍວ່າ: ໃນປີ 2022 ມີນັກທ່ອງທ່ຽວເດີນທາງທ່ອງທ່ຽວທົ່ວໂລກ ປະມານ 917 ລ້ານເທື່ອຄົນ ເພີ່ມຂຶ້ນ 2 ເທົ່າຈາກປີ 2021 ທີ່ມີນັກທ່ອງທ່ຽວທົ່ວໂລກພຽງແຕ່ 455 ລ້ານເທື່ອຄົນ ເຊິ່ງຖືວ່າເປັນການເພີ່ມຂຶ້ນເກີນຄາດ ແຕ່ເມື່ອທຽບໃສ່ປີ 2019 ຖືວ່າຍັງຢູ່ໃນລະດັບຕ່ຳ ຫຼື ປະມານ 63% ເທົ່ານັ້ນ.

May be an image of 6 people, train and outdoors

ແນວໃດກໍຕາມ, ອົງການທ່ອງທ່ຽວໂລກຄາດການວ່າປີ 2023 ນີ້ ຈະມີນັກທ່ອງທ່ຽວທົ່ວໂລກເພີ່ມຂຶ້ນຈຸລະດັບ 85 – 95% ເມື່ອທຽບໃສ່ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເນື່ອງຈາກ ຈີນ ໄດ້ຍົກເລີກມາດຕະການຈຳກັດການເດີນທາງໄປຕ່າງປະເທດ ບວກກັບ ຄວາມຕ້ອງການເດີນທາງ ເພື່ອການທ່ອງທ່ຽວທີ່ຖືກຈຳກັດມາເປັນເວລາເກືອບ 3 ປີ ໂດຍຄາດວ່າພາກພື້ນອາຊີ – ປາຊີຟິກ ຈະເປັນຈຸດໝາຍປາຍທາງອັນດັບຕົ້ນໆຂອງນັກທ່ອງທ່ຽວ ໂດຍສະພານັກທ່ອງທ່ຽວຈີນ. ໃນຂະນະທີ່ການແຂງຄ່າຂອງເງິນໂດລາສະຫະລັດ ກໍຈະເຮັດໃຫ້ນັກທ່ອງທ່ຽວຈາກສະຫະລັດອາເມຣິກາ ເດີນທາງທ່ອງທ່ຽວເພີ່ມຂຶ້ນ ໂດຍທະວີບເອີຣົບຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.

May be an image of 11 people

UNWTO ຍັງລະບຸວ່າ: ການຍົກເລີກມາດຕະການຈຳກັດການເດີນທາງອອກນອກປະເທດຂອງຈີນ ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການຟື້ນຟູອຸດສາຫະກຳການທ່ອງທ່ຽວທົ່ວໂລກ ແຕ່ພາຍໃຕ້ສະຖານະການເສດຖະກິດໂລກຍັງປະເຊີນກັບ ຄວາມຫຍຸ້ງຍາກ ເຊື່ອວ່ານັກທ່ອງທ່ຽວສ່ວນໃຫຍ່ຈະເລືອກເດີນທາງທ່ອງທ່ຽວໃນບັນດາປະເທດໃກ້ຄຽງຫຼາຍກວ່າ.