ມຽນມາ ສົ່ງອອກອາຫານທະເລ ເພີ່ມຂຶ້ນ 18,9%

28

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ສຳນັກງານປະມົງຂອງມຽນມາ ລາຍງານປະລິມານການສົ່ງອອກອາຫານທະເລປະເພດກຸ້ງ ຂອງມຽນມາ ໃນໄລຍະ 9 ເດືອນ ຂອງປີ 2022 ( ເດືອນເມສາ – ເດືອນທັນວາ ) ທະລຸ 12.355 ໂຕນ ເພີ່ມຂຶ້ນ 18,93% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

May be an image of food

ກະຊວງການຄ້າຂອງມຽນມາລະບຸວ່າ: ປະລິມານການສົ່ງອອກຜະລິດຕະພັນທາງທະເລ ຂອງ ມຽນມາ ລວມທັງກຸ້ງ ໃນໄລຍະ 9 ເດືອນຂອງປີ 2022 ມີມູນຄ່າ 548,731 ລ້ານໂດລາສະຫະລັດ.

May be an image of crustacean

ທັງນີ້, ມຽນມາ ສົ່ງອອກສິນຄ້າກະສິກໍາເປັນຫຼັກ ເຊັ່ນ: ຜະລິດຕະພັນສັດ, ຜະລິດຕະພັນທາງທະເລ, ຜະລິດຕະພັນແຮ່ທາດ ແລະ ເຄື່ອງປ່າຂອງດົງ ແລະ ສິນຄ້າ ເພື່ອການຜະລິດ.