ກຳປູເຈຍ ສົ່ງອອກສິນຄ້າ ເພີ່ມຂຶ້ນ 16,4% ແຕ່ຍັງຂາດດຸນ

23

ສຳນັກຂ່າວຊິນຫົວລາຍງານວ່າ: ກົມພາສີ ຂອງກຳປູເຈຍເປີດເຜີຍວ່າ ໃນປີ 2022 ກຳປູເຈຍ ໄດ້ສົ່ງອອກສິນຄ້າ ດ້ວຍມູນຄ່າ 22,4 ຕື້ໂດລາສະຫະລັດ ເພີ່ມຂຶ້ນ ປະມານ 16,4% ເມື່ອທຽບໃສ່ປີ 2021. ໃນຂະນະທີ່ການນຳເຂົ້າທະລຸເກືອບ 30 ຕື້ໂດລາສະຫະລັດ ເຮັດໃຫ້ກຳປູເຈຍຂາດດຸນການຄ້າ 7 ຕື້ກວ່າໂດລາສະຫະລັດ.

May be an image of 4 people, people standing and indoor

ກົມພາສີ ກຳປູເຈຍ ລະບຸວ່າ: ຜະລິດຕະພັນທີ່ສົ່ງອອກຕົ້ນຕໍໄດ້ແກ່: ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ປະເທດທີ່ສົ່ງອອກ 5 ອັນດັບທຳອິດໄດ້ແກ່ ສະຫະລັດອາເມຣິກາ, ຈີນ, ຫວຽດນາມ, ຍີ່ປຸ່ນ ແລະ ການາດາ. ສ່ວນມູນຄ່າການນຳເຂົ້າທັງໝົດ 29,9 ຕື້ໂດລາສະຫະລັດ ໃນປີ 2022 ເພີ່ມຂຶ້ນ ປະມານ 4,3% ເມື່ອທຽບໃສ່ປີ 2021. ໃນຂະນະທີ່ສິນຄ້າ ນໍາເຂົ້າຫຼັກໄດ້ແກ່ ນໍ້າມັນ ແລະ ແກ໊ສ, ວັດຖຸດິບ ແລະ ເຄື່ອງກົນຈັກ.

May be an image of 5 people, people standing and indoor