ຮ່ວມແຮງກັນທຸກຄົນ!ມື້ອື່ນຈະປິດໂຫວດແລ້ວ ຕອນນີ້ລາວຍັງຢູ່ອັນດັບ1

893

ພີ່ນ້ອງຊາວລາວ ແລະບັນດາແຟນນາງງາມຢ່າລືມໂຫວດໃຫ້ ມິສຢູນີເວີດລາວ ມີໂອກາດສູງຫຼາຍທີ່ຈະໄດ້ໄປຢືນຢູ່ 17 ຄົນສຸດທ້າຍບົນເວທີຈັກກະວານ ຫຼັງຈາກຜົນໂຫວດຫຼ້າສຸດອອກມາ ນ້ອງປ່າເຢັ້ງຊາ ລໍ່ຍັງຂຶ້ນນຳບັນດາສາວງາມທັງ 84 ຄົນຈາກທົ່ວໂລກທີ່ເຂົ້າຮ່ວມ.

No photo description available.

ຕາມຂ່າວອັບເດດມາຫຼ້າສຸດນີ້ ບັນດານາງງາມຈາກ 5 ປະເທດໃນອາຊຽນເຮົາຍັງຄົງເປັນກຸ່ມທີ່ມີຄະແນນໂຫຍດຫຼາຍທີ່ສຸດ ໃນນັ້ນ ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວແມ່ນມີຄະແນນໂຫວດສູງເປັນອັນດັບ1 ຕາມລາຍງານໃນຕອນເຊົ້າວັນທີ 11 ມັງກອນ 2023 ນີ້ ລາວແມ່ນມີຄະແນນຢູ່ 211.150 ດາວ, ຮອງລົງມາຄື ກຳປູເຈຍ 165.545 ດາວ ຕາມມາດ້ວຍ ຟີລິບປິນ 99.478 ດາວ, ອັນດັບທີ4 ມຽນມາ 58.055 ດາວ ແລະປະເທດໄທ 22.655 ດາວ.

May be an image of 1 person and standing
ສຳລັບການໂຫວດໃຫ້ມິສຢູນີເວີດນີ້ແມ່ນຈະສິ້ນສຸດລົງເວລາ 18:00 ໂມງຂອງວັນທີ 12 ມັງກອນ 2023 ຕາມເວລາທ້ອງຖິ່ນໃນນິວໂອລິນ ສະຫະລັດອາເມລິກາ.

May be an image of 1 person, standing and indoor
ຖ້າຫາກວ່າ ຢາກໃຫ້ຕົວແທນຈາກລາວໄດ້ໄປຢືນຢູ່ 17 ຄົນສຸດທ້າຍບົນເວທີຈັກກະວານ ທ່ານຢ່າລືມດາວໂຫຼດແອັບຂອງມິດຢູນີເວີດຂຶ້ນມາແລ້ວໂຫວດຊ່ວຍກັນ ຕອນນີ້ນັບຖອຍຫຼັງອີກພຽງ 20 ປາຍຊົ່ວໂມງເທົ່ານັ້ນກໍຈະໄດ້ຮູ້ຜົນແລ້ວ ຢ່າໃຫ້ເວລາເສຍໄປໂດຍເປົ່າປະໂຫຍດທຸກຄົນ ຊ່ວຍກັນສົ່ງຄົນລະໜຶ່ງດາວໃຫ້ນ້ອງບໍໄດ້ເສຍເງິນໃດໆເລີຍ

May be an image of 1 person