ອີກໜຶ່ງຂ່າວດີ ສອງບໍລິສັດຈັບມືສ້າງສະຖານີສາກລົດໄຟຟ້າໃນລາວ

103

ຍຸກນີ້ຖ້າຈະຊື້ລົດໃໝ່ ສິ່ງທີ່ແລ່ນມາໃນຫົວກ່ອນໝູ່ຄືລົດໄຟຟ້າ ທີ່ຈະບໍເປັນບັນຫາໃຫ້ຕົນເອງເມື່ອນ້ຳມັນບໍ່ມີ ແຖມຍັງປະຢັດເງິນໃນຖົງໄດ້ຫຼາຍຖ້າທຽບໃສ່ລົດໄຟຟ້າ ພ້ອມດຽວກັນຍັງເປັນມິດກັບສິ່ງແວດລ້ອມຂອງປະເທດອີກ ແຕ່ໜຶ່ງບັນຫາໃນປະຈຸບັນຄື  ຈຸດສາກລົດຍັງມີໜ້ອຍ ເຊິ່ງຫຍຸ້ງຍາກຕໍ່ຜູ້ຈະນຳໃຊ້ລົດເດີນທາງຂຶ້ນເໜືອລົງໃຕ້.

May be an image of indoor

ຍ້ອນເຫັນໄດ້ເຖິງບັນຫາດັ່ງກ່າວບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຣູດອດ) ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈິ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າພາຍໃຕ້ແບຣນ EV Station Pluz | Blue Dot ໃນພື້ນທີ່ປ້ໍານ້ຳມັນ ພີທີທີ ລາວ ໃນທົ່ວປະເທດພິທີໄດ້​ຈັດ​ຂຶ້ນ​ໃນວັນທີ 9 ມັງກອນ 2023 ຜ່ານມາທີ່ ບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຣູດອດ) ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ​ລະ​ຫວ່າງ ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການ ບໍລິສັດ ລາວທານີ ກົນຈັກຫນັກ (ບຣູດອດ) ແລະ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ.

May be an image of 12 people and people standing
ການ​ຮ່ວມ​ມື​ຄັ້ງ​ນີ້ ເພື່ອເປັນການຮອງຮັບຄວາມຮຽກຮ້ອງຕ້ອງການ, ການເພີ່ມຂຶ້ນຂອງຈໍານວນລົດໄຟຟ້າໃນ ສປປ ລາວ ແລະ ເພື່ອອຳນວຍຄວາມສະດວກ ໃນການເດີນທາງດ້ວຍລົດໄຟຟ້າຈາກປະເທດອ້ອມຂ້າງ ເປົ້າໝາຍເພື່ອໃຫ້ປະເທດລາວເປັນ Land-Link ຂອງ ASEAN ຢ່າງແທ້ຈິງ, ດ້ວຍເຫດນັ້ນ ທາງ ລາວທານີ ຈຶ່ງໄດ້ ຮ່ວມມືກັບທາງ ບໍລິສັດ ພີທີທີ (ລາວ) ຈຳກັດ ໃນຄັ້ງນີ້ເພື່ອກໍ່ສ້າງ ແລະ ຂະຫຍາຍສະຖານີສາກລົດໄຟຟ້າໃຫ້ຄວບຄຸມພື້ນທີ່ທຸກການເດີນທາງຂອງທ່ານ ພາຍໃຕ້ແນວຄິດ Concept ວ່າ H2H “Connect your HOME TO your HOLIDAY” ທີ່ສາມາດຕອບສະ​ໜອງການເດີນທາງ ໄປ-ກັບ ຈາກເຮືອນຂອງທ່ານເພື່ອໄປເຖິງຈຸດໝາຍປາຍທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່າງໆໃນ ສປປ ລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວສີຂຽວ ແລະ ເປັນມິດກັບທຳມະຊາດ ແລະ ສິ່ງແວດລ້ອມ.

May be an image of 4 people and people standing
ລະບົບສະຖານີສາກລົດໄຟຟ້າ EV Station Pluz | BlueDot ແມ່ນມີຕູ້ສາກ ທີ່ໄດ້ມາດຕະຖານຈາກເອີ​ຣົບ (CE Certificate) ຊຶ່ງມີກໍາລັງໄຟຟ້າສູງເຖິງ 182KW ແລະ 202kW ຊຶ່ງເປັນຕູ້ສາກທີ່ໄວທີ່ສຸດໃນຂະ​ນະນີ້, ລຸ້ນ ADC182 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 160kW (160 ກິໂລວັດ) ຈຳນວນ 2 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 1 ຫົວ, ແລະ ລຸ້ນ ADC202 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 180kW (180 ກິໂລວັດ) ຈຳນວນ 2 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 1 ຫົວ ຊຶ່ງສາມາດໃຫ້ບໍລິການໄດ້ 3 ຄັນໃນເວລາດຽວກັນໄດ້.

May be an image of text that says 'HERGENCY RGENCY STOP Pushing Stop Only case emergency AC 子 CHAdeMO CCS2 กด กด'
ໃນປີ 2023 ນີ້ວາງແຜນຂະຫຍາຍສະຖານີສາກລົດໄຟຟ້າພາຍໃນປໍ້ານໍ້າມັນ ພີທີທີ (ລາວ) ຈໍາກັດ ຢູ່ 10 ຈຸດຄື: ປ້ຳນ້ຳມັນ ດອນກອຍ, ຫຼັກ 21, ໜອງແຕ່ງ, ຫຼວງພະບາງ, ວັງວຽງ, ກາສີ, ປາກຊັນ, ທ່າແຂກ, ສະຫວັນນະເຂດ ແລະ ປາກເຊ.

May be an image of car
ການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນໃນຄັ້ງນີ້ ເພື່ອສຶກສາໃນລາຍລະອຽດຕ່າງໆກ່ຽວກັບການຮ່ວມມືກັນເພື່ອກ້າວເຂົ້າສູ່ການເຊັນສັນຍາເພື່ອດຳເນີນການຂະຫຍາຍສະຖານີສາກຕໍ່ໄປ.